ທ່ານສີຈິ້ນຜິງສົ່ງສານຊົມເຊີຍທ່ານຈາຄົບ ມິລາໂຕວິກດຳລົງຕຳແໜ່ງປະທານາທິບໍດີມົງເຕເນໂກຣ

2023-05-22 17:28:33
ມາຈາກ:CRI

ວັນທີ 20 ພຶດສະພາ 2023 ນີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ສົ່ງສານຊົມເຊີຍເຖິງທ່ານຈາຄົບ ມິລາໂຕວິກ ເນື່ອງໃນໂອກາດທີ່ທ່ານ ດຳລົງຕຳແໜ່ງປະທານາທິບໍດີມົງເຕເນໂກຣ.

ເນື້ອໃນສານຊົມເຊີຍຂອງທ່ານສີຈິ້ນຜິງລະບຸວ່າ, ຈີນ ແລະ ມົງເຕເນໂກຣໄດ້ເຄົາລົບກັນ ໄວ້ເນື້ອເຊື່ອໃຈກັນ ແລະປະຕິບັດຕໍ່ກັນຢ່າງສະເໝີພາບມາໂດຍຕະຫຼອດ, ປະຊາຊົນສອງຊາດມີຄວາມຊື່ນຊົມ ແລະນັບຖືເຊິ່ງກັນແລະກັນ. ຂ້າພະເຈົ້າໃຫ້ຄວາມສຳຄັນເປັນຢ່າງສູງຕໍ່ການຂະຫຍາຍສາຍພົວພັນຈີນ- ມົງເຕເນໂກຣ, ຍິນດີຮ່ວມກັບທ່ານປະທານາທິບໍດີຈາຄົບ ມິລາໂຕວິກສຸມຄວາມພະຍາຍາມຮ່ວມກັນ, ສືບທອດ ແລະເສີມຂະຫຍາຍມິດຕະພາບອັນເລິກເຊິ່ງລະຫວ່າງສອງປະເທດ, ເພີ່ມທະວີການແລກປ່ຽນບົດຮຽນດ້ານການປົກຄອງບໍລິຫານປະເທດ, ຮ່ວມກັນຊີ້ນຳນຳພາສາຍພົວພັນສອງຝ່າຍໃຫ້ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ, ສ້າງຄວາມສຸກໃຫ້ກັບປະຊາຊົນສອງຊາດເປັນຢ່າງດີກວ່າເກົ່າ.

ທ່ານສີຈິ້ນຜິງສົ່ງສານຊົມເຊີຍທ່ານຈາຄົບ ມິລາໂຕວິກດຳລົງຕຳແໜ່ງປະທານາທິບໍດີມົງເຕເນໂກຣ