ທ່ານສີຈິ້ນຜິງສົ່ງສານຊົມເຊີຍໄປຍັງອົງການ RI ເນື່ອງໃນໂອກາດສ້າງຕັ້ງຂຶ້ນຄົບຮອບ 100 ປີ
ວັນທີ 21 ພຶດສະພານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນ ໄດ້ສົ່ງສານຊົມເຊີຍເຖິງພິທີສະເຫຼີມສະຫຼອງການສ້າງຕັ້ງອົງການຟື້ນຟູສຸຂະພາບສາກົນ ຫຼື RI ຄົບຮອບ 100 ປີ ໂດຍໄດ້ສະແດງຄວາມຢື້ຢາມຖາມຂ່າວຢ່າງຈິງໃຈຕໍ່ຄົນພິການຈຳນວນຫຼວງຫຼາຍ ພ້ອມດ້ວຍຄອບຄົວ ກໍຄືຜູ້ປະຕິບັດວຽກງານກ່ຽວກັບຄົນພິການຈຳນວນຫຼວງຫຼາຍໃນທົ່ວປະເທດຈີນ ພ້ອມທັງສະແດງຄວາມຂອບໃຈຢ່າງສຸດໃຈຕໍ່ອົງການຈັດຕັ້ງສາກົນ ແລະບຸກຄົນວົງການຕ່າງໆທີ່ເອົາໃຈໃສ່ ແລະສະໜັບສະໜູນພາລະກິດຄົນພິການຂອງຈີນ ເນື່ອງໃນໂອກາດວັນຊ່ວຍຄົນພິການທົ່ວປະເທດຈີນທີ່ໝູນວຽນມາເຖິງ.
ເນື້ອໃນສານຊົມເຊີຍຂອງທ່ານສີຈິ້ນຜິງລະບຸວ່າ: ອົງການຟື້ນຟູສຸຂະພາບສາກົນເປັນອົງການຈັດຕັ້ງສາກົນທີ່ມີບົດບາດສຳຄັນໃນຂົງເຂດວຽກງານຄົນພິການ ເຊິ່ງໄດ້ທຳຄວາມພະຍາຍາມຢ່າງບໍ່ລົດລະເພື່ອປົກປັກຮັກສາກຽດສັກສີ, ຮັບປະກັນສິດຄົນພິການ ແລະເພີ່ມທະວີຄວາມຜາສຸກຂອງຄົນພິການ. ຈີນສະໜັບສະໜູນວຽກງານຂອງອົງການດັ່ງກ່າວ, ໃຊ້ການກະທຳຕົວຈິງເພື່ອຊຸກຍູ້ການພັດທະນາວຽກງານຄົນພິການຂອງປະເທດທີ່ກຳລັງພັດທະນາ ແລະເພີ່ມທະວີຄວາມເອົາໃຈໃສ່ຂອງປະຊາຄົມໂລກທີ່ມີຕໍ່ຄົນພິການ, ເຊິ່ງໄດ້ປະກອບສ່ວນຂອງຕົນເຂົ້າໃນວຽກງານຄົນພິການສາກົນ.
ທ່ານສີຈິ້ນຜິງເນັ້ນໜັກວ່າ: ຈີນມີຄວາມເອົາໃຈໃສ່ ແລະຄວາມສົນໃຈເປັນພິເສດຕໍ່ຄົນພິການ. ໃນຂະບວນການຫັນເປັນຄວາມທັນສະໄໝແບບຈີນ, ຈີນຈະປັບປຸງລະບົບປະກັນສັງຄົມ ແລະລະບົບເອົາໃຈໃສ່ ແລະບໍລິການຄົນພິການໃຫ້ສົມບູນຂຶ້ນຕື່ມອີກ, ຊຸກຍູ້ໃຫ້ພາລະກິດຄົນພິການພັດທະນາຢ່າງຮອບດ້ານ. ຈີນຍິນດີຮ່ວມກັບບັນດາປະເທດໃນໂລກ, ຮ່ວມກັນຊຸກຍູ້ການແລກປ່ຽນ ແລະການຮ່ວມມືດ້ານພາລະກິດຄົນພິການສາກົນ ແລະເພີ່ມທະວີຄວາມຜາສຸກດ້ານສຸລະພາບຂອງມວນມະນຸດຢ່າງບໍ່ຢຸດຢັ້ງ.