ປະທານປະເທດຈີນສົ່ງສານຊົມເຊີຍເຖິງປະທານາທິບໍດີຜູ້ໃໝ່ຂອງມິໂກຣເນເຊຍ

2023-05-22 17:29:42
ມາຈາກ:CRI

ວັນທີ 18 ພຶດສະພານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ສົ່ງສານຊົມເຊີຍເຖິງທ່ານວິສເລ ຊີມິນາ ເພື່ອຊົມເຊີຍທ່ານຂຶ້ນຮັບຕຳແໜ່ງປະທານາທິບໍດີສະຫະ ພັນມິໂກຣເນເຊຍ.

ເນື້ອໃນສານຂອງທ່ານສີຈິ້ນຜິງລະບຸວ່າ: ໃນ 34 ປີຜ່ານມາທີ່ຈີນແລະມິໂກຣເນເຊຍໄດ້ສ້າງການພົວພັນທາງການທູດນຳກັນ, ການພົວພັນລະຫວ່າງສອງປະເທດໄດ້ຮັບການຂະຫຍາຍຕົວກ້າວໄປຂ້າງໜ້າຢູ່ບົນພື້ນຖານທີ່ເຄົາລົບເຊິ່ງກັນແລະກັນ ແລະ ປະຕິບັດຕໍ່ກັນຢ່າງສະເໝີພາບ, ໄດ້ສ້າງຄວາມສຸກຕົວຈິງໃຫ້ກັບປະຊາຊົນສອງຊາດ. ທ່ານປະທານາທິບໍດີຊີມິນາໄດ້ສຸມຄວາມພະຍາຍາມຊຸກຍູ້ມິດຕະພາບຈີນ-ມິໂກຣເນເຊຍເປັນໄລຍະຍາວ, ຂ້າພະເຈົ້າຂໍສະແດງຄວາມຊົມເຊີຍຢ່າງສຸດໃຈຕໍ່ເລື່ອງນີ້. ຂ້າພະເຈົ້າໃຫ້ຄວາມສຳຄັນໃນລະດັບສູງຕໍ່ການຂະຫຍາຍການພົວພັນລະຫວ່າງຈີນກັບມິໂກຣເນເຊຍ, ຍິນດີຮ່ວມກັນພະຍາຍາມກັບປະທານາທິບໍດີຊີມິນາ, ສະໜັບສະໜູນເຊິ່ງກັນແລະກັນໃນບັນຫາທີ່ກ່ຽວພັນເຖິງຜົນປະໂຫຍດແກນກາງຂອງກັນແລະກັນ, ລົງເລິກການແລກປ່ຽນແລະການຮ່ວມມືໃນຂົງເຂດຕ່າງໆ, ຊຸກຍູ້ໃຫ້ການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານຈີນ-ມິໂກຣເນເຊຍຂະຫຍາຍຕົວກ້າວໄປຂ້າງໜ້າຢ່າງບໍ່ຢຸດຢັ້ງ ເພື່ອສ້າງຄວາມສຸກຫຼາຍກວ່າເກົ່າໃຫ້ກັບປະຊາຊົນສອງຊາດ.

ປະທານປະເທດຈີນສົ່ງສານຊົມເຊີຍເຖິງປະທານາທິບໍດີຜູ້ໃໝ່ຂອງມິໂກຣເນເຊຍ