ທ່ານສີຈິ້ນຜິງສົ່ງຈົດໝາຍຕອບຄືນໃຫ້ອາສາສະໝັກແຍກປະເພດຂີ້ເຫຍື້ອຢູ່ຄຸ້ມຖະໜົນເຈຍຊິງເມືອງຫົງໂຂວນະຄອນຊຽງໄຮ
ວັນທີ 21 ພຶດສະພານີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ ປະທານປະເທດຈີນໄດ້ສົ່ງຈົດໝາຍຕອບຄືນໃຫ້ອາສາສະໝັກແຍກປະເພດຂີ້ເຫຍື້ອຢູ່ຄຸ້ມຖະໜົນເຈຍຊິງເມືອງຫົງໂຂວນະຄອນຊຽງໄຮໂດຍທ່ານໄດ້ສະເໜີຄວາມຄອງຄອຍອັນດູດດື່ມຕໍ່ການຊຸກຍູ້ວຽກງານແຍກປະເພດຂີ້ເຫຍື້ອ.
ເນື້ອໃນຈົດໝາຍຕອບຄືນຂອງທ່ານສີຈິ້ນຜິງໄດ້ລະບຸວ່າ: ເມື່ອໄດ້ອ່ານຈົດໝາຍຂອງພວກສະຫາຍແລ້ວ, ຂ້າພະເຈົ້າໄດ້ນຶກເຖິງພາບທີ່່ຮ່ວມກັບພວກສະຫາຍແລກປ່ຽນຄວາມເຫັນກ່ຽວກັບວຽກງານແຍກປະເພດຂີ້ເຫຍື້ອເມື່ອ 5 ປີ ກ່ອນ, ພວກສະຫາຍຮັກສາທາລະນະປະໂຫຍດ, ຮັບໃຊ້ປະຊາຊົນ, ເຮັດໃຫ້ຂ້າພະເຈົ້າມີຄວາມປະທັບໃຈຫຼາຍ. ໄດ້ຂ່າວວ່າ ຜ່ານການໂຄສະນາຊຸກຍູ້ໃນຫຼາຍປີຜ່ານມານີ້, ວຽກງານແຍກປະເພດຂີ້ເຫຍື້ອຢູ່ຄຸ້ມຖະໜົນຂອງພວກສະຫາຍໄດ້ຮັບປະສິດທິຜົນໃໝ່, ລະດັບມາລະຍາດຂອງພົນລະເມືອງໄດ້ຍົກສູງຂຶ້ນ, ສະພາບແວດລ້ອມຂອງເຂດຄຸ້ມສວຍງາມກວ່າເກົ່າ, ຂ້າພະເຈົ້າຮູ້ສຶກອຸ່ນໃຈຫຼາຍ.
ທ່ານສີຈິ້ນຜິງກ່າວເນັ້ນໜັກວ່າ: ການແຍກປະເພດຂີ້ເຫຍື້ອແລະການນຳໃຊ້ ເປັນຊັບພະຍາກອນແມ່ນໂຄງການທີ່ເປັນລະບົບ, ຕ້ອງການຝ່າຍຕ່າງໆຮ່ວມກັນພະຍາຍາມ,ນຳໃຊ້ນະໂຍບາຍຢ່າງຖືກຕ້ອງແລະພະຍາຍາມຢ່າງຍາວນານ, ຕ້ອງການພົນລະເມືອງໃນຕົວເມືອງແລະຊົນນະບົດຈຳນວນມະຫາສານຕັ້ງໜ້າເຂົ້າຮ່ວມແລະເປັນເຈົ້າການເຮັດວຽກ. ຫວັງວ່າພວກສະຫາຍຈະສືບຕໍ່ສົ່ງເສີມບົດບາດເອກະລັກພິເສດຂອງອາສາສະໝັກໃນການຄຸ້ມຄອງຂັ້ນຮາກຖານ, ຕັ້ງໃຈເຮັດວຽກງານໂຄສະນາຊີ້ນຳໃຫ້ດີ, ນຳພາພົນລະເມືອງຫຼາຍກວ່າເກົ່າສ້າງຄວາມຊິນເຄີຍທີ່ດີທີ່ຖິ້ມຂີ້ເຫຍື້ອຕາມການແຍກປະເພດ, ຊຸກຍູ້ການແຍກປະເພດຂີ້ເຫຍື້ອໃຫ້ກາຍເປັນຄວາມນິຍົມໃໝ່ແຫ່ງຊີວິດແບບກາກບອນຕ່ຳ,ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຊຸກຍູ້ອະລິຍະທຳດ້ານຊີວະພາບແລະຍົກລະດັບມາລະຍາດຂອງທົ່ວສັງຄົມໃຫ້ສູງຂຶ້ນ.