ທ່ານສີຈິ້ນຜິງສົ່ງສານຊົມເຊີຍຕໍ່ “ເວທີເປິກສາຫາລືການພັດທະນາຕິເບດຈີນ 2023”
ວັນທີ 23 ພຶດສະພານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ສົ່ງສານຊົມເຊີຍຕໍ່ “ເວທີເປິກສາຫາລືການພັດທະນາຕິເບດຈີນ 2023”.
ເນື້ອໃນສານຊົມເຊີຍຂອງທ່ານສີຈິ້ນຜິງລະບຸວ່າ: ຄວາມສຸກຂອງປະຊາຊົນແມ່ນສິດທິມະນຸດໃຫຍ່ທີ່ສຸດ, ການພັດທະນາແມ່ນຂໍກຸນແຈເພື່ອບັນລຸຄວາມສຸກຂອງປະຊາຊົນ. ນັບແຕ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 18ຂອງພັກຄອມມູນິດຈີນເປັນຕົ້ນມາ, ພາຍໃຕ້ການສະໜັບສະໜູນຂອງລັດຖະບານ ແລະ ປະຊາຊົນທົ່ວປະເທດ, ພະນັກງານ ແລະ ປະຊາຊົນບັນດາເຜົ່າຢູ່ເຂດຕິເບດໄດ້ບາກບັ່ນສູ້ຊົນຢ່າງລຳບາກ ແລະ ທໍລະຫົດອົດທົນ, ເຮັດໃຫ້ຕິເບດໄດ້ຫຼຸດພົ້ນອອກຈາກບັນຫາທຸກຍາກເດັດຖານທີ່ໄດ້ຜູກມັດມາເປັນເວລາພັນກວ່າປີ, ຮ່ວມກັບປະຊາຊົນທົ່ວປະເທດສ້າງສັງຄົມອີ່ມໜຳສຳລານໃຫ້ສຳເລັດຜົນຢ່າງຮອບດ້ານ, ປາກົດມີຄວາມຈະເລີນຮຸ່ງເຮືອງຢ່າງມີຊີວິດຊີວາ.
ເນື້ອໃນສານຊົມເຊີຍຂອງທ່ານສີຈິ້ນຜິງເນັ້ນໜັກວ່າ, ໃນຂະບວນການໃໝ່ແຫ່ງການຊຸກຍູ້ຄວາມທັນສະໄໝແບບຈີນ, ຫວັງວ່າຕິເບດຈະຈັດຕັ້ງປະຕິບັດແນວຄວາມຄິດການພັດທະນາແບບໃໝ່ຢ່າງຄົບຖ້ວນ, ຖືກຕ້ອງ ແລະ ຮອບດ້ານ, ເລັ່ງລັດຊຸກຍູ້ການພັດທະນາດ້ວຍຄຸນນະພາບສູງ, ພະຍາຍາມສ້າງຕິເບດໃໝ່ສັງຄົມນິຍົມທັນສະໄໝທີ່ມີຄວາມສາມັກຄີ, ຮັ່ງມີ, ສິວິໄລ, ກົມກຽວ ແລະ ສວຍງາມ, ເຮັດໃຫ້ປະຊາຊົນມີຊີວິດການເປັນຢູ່ທີ່ມີຄວາມສຸກ ແລະ ດີງາມກວ່າເກົ່າ.