ທ່ານສີຈິ້ນຜິງສົ່ງຈົດໝາຍຕອບຄືນໄປຍັງຜູ້ຊ່ຽວຊານແລະສິລະປິນອາວຸໂສຂອງຫໍວິຈິດສິນຈີນ
ວັນທີ 21 ພຶດສະພານີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ ປະທານປະເທດຈີນໄດ້ສົ່ງຈົດໝາຍຕອບຄືນໄປຍັງຜູ້ຊ່ຽວຊານແລະສິລະປິນອາວຸໂສຂອງຫໍວິຈິດສິນຈີນເພື່ອສະແດງຄວາມຊົມ ເຊີຍແລະສົ່ງພອນໄຊອັນປະເສີດມາຍັງສະຫາຍທຸກຖ້ວນໜ້າຂອງຫໍວິຈິດສິນຈີນເນື່ອງໃນໂອກາດວັນສ້າງຕັ້ງແລະເປີດຫໍດັ່ງກ່າວຄົບຮອບ 60 ປີ.
ເນື້ອໃນຈົດໝາຍຕອບຄືນຂອງທ່ານສີຈິ້ນຜິງໄດ້ລະບຸວ່າ: ຫໍວິຈິດສິນຈີນໄດ້ເປັນສັກຂີພິຍານຢ່າງແຂງແຮງໃຫ້ກັບການພັດທະນາຢ່າງຟົດຟື້ນຂອງວຽກງານວິຈິດສິນຈີນ, ໄດ້ຮັກສາທາດແທ້ແລະດຳເນີນການປະດິດສ້າງໃໝ່ໃນດ້ານ ເຄື່ອງສະສົມທີ່ຍອດຍິ່ງ, ການວາງສະແດງ, ການສຶກສາສາທາລະນະ, ການແລກປ່ຽນກັບຕ່າງປະເທດ ແລະ ອື່ນໆ, ພ້ອມທັງໄດ້ຮັບປະສິດທິຜົນທີ່ຕັ້ງໜ້າ.
ທ່ານສີຈິ້ນຜິງກ່າວເນັ້ນໜັກວ່າ: ບົນຂະບວນການຄັ້ງໃໝ່, ຫວັງວ່າ ຫໍວິຈິດສິນຈະຍຶດໝັ້ນທິດທາງການເມືອງທີ່ຖືກຕ້ອງ, ຍຶດໝັ້ນແນວຄວາມຄິດຖືປະຊາຊົນຢູ່ເໜືອກວ່າທຸກສິ່ງທຸກຢ່າງ, ປະຕິບັດຕາມຄ່ານິຍົມແກນກາງສັງຄົມນິຍົມ, ສຸມໃສ່ການສະສົມດ້ວຍຄຸນນະພາບສູງ, ການນຳໃຊ້ດ້ວຍລະດັບສູງ, ການບໍລິການດ້ວຍຄຸນນະພາບສູງ, ພະຍາຍາມສ້າງຫໍວິຈິດສິນລະດັບຊາດຈົນກະທັ້ງລະດັບໂລກເພື່ອໃຫ້ປະຊາຊົນຊົມໄດ້ເບິ່ງໄດ້ຊົມຜົນງານວິຈິດສິນ ແລະ ຍົກຄຸນທາດວັດທະນະທຳໃຫ້ສູງຂຶ້ນໃນຍຸກໃໝ່, ປະກອບສ່ວນຫຼາຍກວ່າເກົ່າເຂົ້າໃນການພັດທະນາພາລະກິດວິຈິດສິນຂອງຈີນໃຫ້ຈະເລີນ,ຊຸກຍູ້ຄວາມເຊື່ອໝັ້ນໃນຕົນເອງແລະສ້າງຕົນໃຫ້ເຂັ້ມແຂງດ້ານວັດທະນະທຳ, ສ້າງຄວາມສະຫງ່າລາສີໃໝ່ຂອງວັດທະນະທຳສັງຄົມນິຍົມ.