ທ່ານສີຈິ້ນຜິງຮຽກຈັດກອງປະຊຸມຄັ້ງທຳອິດຂອງຄະນະກຳມະການກວດສອບສູນກາງພັກຄອມມູນິດຈີນຊຸດທີ 20
ຕອນບ່າຍວັນທີ 23 ພຶດສະພານີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ, ປະທານປະເທດຈີນ, ປະທານຄະນະກຳມະການການທະຫານສູນກາງຈີນ,ປະທານຄະນະກຳມະການກວດສອບສູນກາງພັກຄອມມູນິດຈີນໄດ້ຮຽກຈັດກອງປະຊຸມຄັ້ງທຳອິດຂອງຄະນະກຳມະການກວດສອບສູນກາງພັກຄອມມູນິດຈີນຊຸດທີ 20. ໃນກອງປະຊຸມ, ທ່ານສີຈິ້ນຜິງກ່າວຄຳປາໄສທີ່ສຳຄັນໂດຍເນັ້ນໜັກວ່າ: ໃນຂະບວນການໃໝ່ແຫ່ງການສ້າງສາປະເທດເຂັ້ມແຂງ ແລະ ຟື້ນຟູຄວາມຈະເລີນຮຸ່ງເຮືອງຂອງປະຊາຊາດ, ການກວດສອບໄດ້ແບກຫາບພາລະກຳສຳຄັນ,ຕ້ອງຖືເອົາການຕິດຕາມກວດກາທາງເສດຖະກິດເປັນຈຸດຢືນ, ສຸມໃສ່ໜ້າທີ່ຕົ້ນຕໍແລະວຽກງານຕົ້ນຕໍ, ເສີມຂະຫຍາຍບົດບາດພິເສດຂອງການກວດສອບໃນດ້ານການຊຸກຍູ້ພັກດຳເນີນການປະຕິວັດຕົນເອງໃຫ້ດີກວ່າເກົ່າ. ການເຮັດວຽກງານຂອງຄະນະກຳມະການກວດສອບສູນກາງພັກຊຸດໃໝ່ໃຫ້ດີ ແມ່ນຕ້ອງຍຶດໝັ້ນຖືແນວຄິດສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກໃໝ່ເປັນທິດຊີ້ນຳ, ລົງເລິກເຊື່ອມຊຶມ ແລະ ຜັນຂະຫຍາຍເນື້ອໃນຈິດໃຈກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກຄອມມູນິດຈີນ, ປະຕິບັດຕາມແນວຄວາມຄິດການພັດທະນາແບບໃໝ່ຢ່າງຄົບຖ້ວນ, ຖືກຕ້ອງ ແລະ ຮອບດ້ານ, ສຸມໃສ່ບັນຫາລັກສະນະພາກສ່ວນລວມ, ໄລຍະຍາວ ແລະ ຍຸດທະສາດ, ເພີ່ມທະວີການຈັດວາງແຜນຍຸດທະສາດ ແລະ ການອອກແບບຈາກຂັ້ນເທິງສູງສຸດໃນຂົງເຂດການກວດສອບ, ຊຸກຍູ້ວຽກງານກວດສອບໃນຍຸກໃໝ່ໃຫ້ພັດທະນາຢ່າງມີຄຸນນະພາບສູງຕື່ມອີກ, ສະໜອງການກວດສອບ ການຕິດຕາມກວດກາທີ່ແຂງແຮງ ແລະ ບັງເກີດຜົນ ເພື່ອຮັບໃຊ້ ແລະ ຄ້ຳປະກັນພາກສ່ວນລວມຂອງວຽກງານຂອງພັກ ແລະ ລັດ.
ເຂົ້າຮ່ວມກອງປະຊຸມຄັ້ງນີ້,ມີກຳມະການຄະນະກຳມະການກວດສອບສູນກາງພັກຄອມມູນິດຈີນ, ສ່ວນສະຫາຍຜູ້ຮັບຜິດຊອບຈາກພາກສ່ວນທີ່ກ່ຽວຂ້ອງຂອງກົງຈັກສູນກາງພັກ ແລະ ລັດຖະບານເຂົ້າຮ່ວມຮັບຟັງ.