ປະທານປະເທດຈີນຕອບຈົດໝາຍເພື່ອໃຫ້ກຳລັງໃຈແກ່ອາຈານແລະນັກສຶກສາຂອງມະຫາວິທະຍາໄລວິທະຍາສາດແລະເຕັກໂນໂລຊີມາກາວ

2023-05-24 18:22:43
ມາຈາກ:CRI

ວັນທີ 23 ພຶດສະພານີ້, ທ່ານ ສີຈິ້ນຜິງ ປະທານປະເທດຈີນໄດ້ຕອບຈົດໝາຍ ອາຈານແລະນັກສຶກສາຂອງມະຫາວິທະຍາໄລວິທະຍາສາດແລະເຕັກໂນໂລຊີມາກາວທີ່ເຂົ້າຮ່ວມຄົ້ນຄວ້າແລະຜະລິດດາວທຽມ “ວິທະຍາສາດມາກາວ1” ໂດຍໄດ້ໃຫ້ກຳລັງໃຈຢ່າງອົບອຸ່ນຕໍ່ພວກເຂົາເຈົ້າ.

ເນື້ອໃນຈົດໝາຍຂອງທ່ານ ສີຈິ້ນຜິງ ລະບຸວ່າ: ຂ້າພະເຈົ້າໄດ້ຮູ້ສຶກເຖິງຄວາມກະຕືລືລົ້ນແລະຄວາມຮັບຜິດຊອບຂອງພວກສະຫາຍທີ່ໄດ້ປະກອບສ່ວນເຂົ້າໃນພາລະກິດວິທະຍາສາດແລະເຕັກໂນໂລຊີແຫ່ງຊາດກໍຄືການສ້າງປະເທດທີ່ເຂັ້ມແຂງດ້ານການບິນອະວະກາດ. ຂ້າພະເຈົ້າຮູ້ສຶກປິຕິຊົມຊື່ນທີ່ໄດ້ຮັບຂ່າວວ່າດາວທຽມ “ວິທະຍາສາດມາກາວ1” ທີ່ພວກສະຫາຍເຂົ້າຮ່ວມຄົ້ນຄວ້າແລະຜະລິດນັ້ນໄດ້ຂຶ້ນສູ່ອະວະກາດຢ່າງສຳເລັດຜົນ, ຂໍສະແດງຄວາມຊົມເຊີຍຢ່າງສຸດໃຈມາຍັງພວກສະຫາຍນະທີ່ນີ້ດ້ວຍ!

ເນື້ອໃນຈົດໝາຍຂອງທ່ານ ສີຈິ້ນຜິງ ໄດ້ຊີ້ໃຫ້ເຫັນວ່າ: ໃນຫຼາຍປີມໍ່ໆມານີ້, ເຂດບໍລິຫານພິເສດມາກາວໄດ້ລົງເລິກການຮ່ວມມືດ້ານວິທະຍາສາດແລະເຕັກໂນໂລຊີໃນຂົງເຂດການບິນອະວະກາດແລະຂົງເຂດອື່ນໆກັບແຜ່ນດິນໃຫຍ່ຈີນ ໂດຍໄດ້ຮັບຜົນສໍາເລັດຢ່າງໜ້າເພິ່ງພໍໃຈ. ການສ້າງປະເທດທີ່ເຂັ້ມແຂງດ້ານວິທະຍາສາດແລະເຕັກໂນໂລຊີຢູ່ໃນໂລກ, ບວກກັບການຊຸກຍູ້ຄວາມທັນສະໄໝແບບຈີນນັ້ນ, ໄດ້ສະໜອງຊ່ອງທາງການພັດທະນາທີ່ກວ້າງຂວາງກວ່າເກົ່າໃຫ້ແກ່ສະຖາບັນການສຶກສາຊັ້ນສູງກໍຄືຜູ້ເຮັດວຽກໃນຂົງເຂດວິທະຍາສາດແລະເຕັກໂນໂລຊີຂອງມາກາວ. ຫວັງວ່າພວກສະຫາຍຈະສືບຕໍ່ສືບທອດມູນເຊື້ອອັນດີງາມແຫ່ງການຮັກຊາດແລະຮັກມາກາວ, ເຊື່ອມໂຍງເຂົ້າກັບພາກສ່ວນລວມຂອງການພັດທະນາແຫ່ງຊາດຢ່າງຫ້າວຫັນ, ປະກອບສ່ວນເຂົ້າໃນການສ້າງເຂດອ່າວໃຫຍ່ກວາງຕຸ້ງ-ຮົງກົງ-ມາກາວຢ່າງຫ້າວຫັນ, ຊຸກຍູ້ເສດຖະກິດມາກາວໃຫ້ໄດ້ຮັບການພັດທະນາແບບຫຼາຍເຄົ້າແລະໃນລະດັບທີ່ເໝາະສົມ ເພື່ອປະກອບສ່ວນອັນໃໝ່ເຂົ້າໃນການຈັດຕັ້ງປະຕິບັດນະໂຍບາຍ “ປະເທດດຽວສອງລະບອບ”ທີ່ປະສົບຜົນສໍາເລັດຢູ່ມາກາວ.

ປະທານປະເທດຈີນຕອບຈົດໝາຍເພື່ອໃຫ້ກຳລັງໃຈແກ່ອາຈານແລະນັກສຶກສາຂອງມະຫາວິທະຍາໄລວິທະຍາສາດແລະເຕັກໂນໂລຊີມາກາວ