ທ່ານສີຈິ້ນຜິງເນັ້ນໜ້າວ່າ: ຕ້ອງເລັ່ງລັດການສ້າງປະເທດທີ່ເຂັ້ມແຂງໃນດ້ານການສຶກສາ
2023-06-01 17:34:57
ມາຈາກ:CRI
ວັນທີ 29 ພຶດສະພານີ້, ກົມການເມືອງສູນກາງພັກຄອມມູນິດຈີນໄດ້ຈັດກອງປະຊຸມຮ່ຳຮຽນລວມໝູ່ຄັ້ງທີ 5 ກ່ຽວກັບການສ້າງປະເທດທີ່ເຂັ້ມແຂງດ້ານການສຶກສາ.
ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນໄດ້ເປັນປະທານກອງປະຊຸມ ແລະເນັ້ນໜ້າວ່າ: ຕ້ອງຈັດຕັ້ງປະຕິບັດທິດທາງການສຶກສາຂອງພັກຄອມມູນິດຈີນຢ່າງຮອບດ້ານ, ຍຶດໝັ້ນພັດທະນາການສຶກສາທີ່ຖືປະຊາຊົນເປັນໃຈກາງ, ເລັ່ງລັດຊຸກຍູ້ການຫັນເປັນທັນສະໄໝດ້ານການສຶກສາ, ເອົາຄວາມເຂັ້ມແຂງດ້ານການສຶກສາເປັນພື້ນຖານຂອງຄວາມຮັ່ງມີ ແລະເຂັ້ມແຂງຂອງຊາດ, ສະໜອງເສົາຄ້ຳໃຫ້ແກ່ການຟື້ນຟູຄວາມຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່ຂອງປະຊາຊາດຈີນຄືນໃໝ່ຢ່າງຮອບດ້ານ.