ທ່ານສີຈິ້ນຜິງເປັນປະທານຈັດກອງປະຊຸມສຳມະນາກ່ຽວກັບການເພີ່ມທະວີວຽກງານປ້ອງກັນບໍ່ໃຫ້ດິນຫັນເປັນທະເລຊາຍແບບສັງລວມ ແລະ ຊຸກຍູ້ໂຄງການປູກໄມ້ໃຫ້ເປັນປ່າເພື່ອປ້ອງກັນໄພຢູ່ 3 ພາກ ແລະ ກ່າວຄຳປາໄສທີ່ສຳຄັນ

2023-06-07 15:25:16
ມາຈາກ:CRI

ວັນທີ 6 ມິຖຸນານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ໄປສຳຫຼວດກວດກາຢູ່ເມືອງປ່າຢ້ຽນຈົວເອີເຂດປົກຄອງຕົນເອງມົງໂກໄນ. ທ່ານໄດ້ເປັນປະທານກອງປະຊຸມສຳມະນາກ່ຽວກັບການເພີ່ມທະວີວຽກງານປ້ອງກັນບໍ່ໃຫ້ດິນຫັນເປັນທະເລຊາຍແບບສັງລວມ ແລະ ຊຸກຍູ້ໂຄງການປູກໄມ້ໃຫ້ເປັນປ່າເພື່ອປ້ອງກັນໄພຢູ່ 3 ພາກ ພ້ອມທັງ ກ່າວຄຳປາໄສທີ່ສຳຄັນ. ທ່ານກ່າວເນັ້ນວ່າ: ການເພີ່ມທະວີການປ້ອງກັນບໍ່ໃຫ້ດິນຫັນເປັນທະເລຊາຍແບບສັງລວມ ແລະ ລົງເລິກຊຸກຍູ້ໂຄງການປູກໄມ້ໃຫ້ເປັນປ່າເພື່ອປ້ອງກັນໄພຢູ່ 3 ພາກ ແມ່ນພົວພັນເຖິງຄວາມໝັ້ນຄົງຂອງລະບົບນິເວດ, ພົວພັນເຖິງການສ້າງສາປະເທດໃຫ້ເຂັ້ມແຂງ, ພົວພັນເຖິງການພັດທະນາແບບຍືນຍົງຂອງປະຊາຊາດຈີນ, ແມ່ນພາລະກິດອັນສູງສົ່ງທີ່ເປັນຜົນງານໃນຍຸກປັດຈຸບັນ ແຕ່ເປັນຜົນປະໂຫຍດຕໍ່ທຸກເຊັ່ນຄົນ. ຕ້ອງກ້າແບກຫາບພາລະກຳ, ບໍ່ຢ້ານກົວຕໍ່ຄວາມຫຍຸ້ງຍາກລຳບາກ, ດຳເນີນໄປຈາກຮຸ່ນຕໍ່ຮຸ່ນ, ພະຍາຍາມສ້າງຄວາມມະຫັດສະຈັນຂອງຈີນໃໝ່ໃນການປ້ອງກັນບໍ່ໃຫ້ດິນຫັນເປັນທະເລຊາຍໃນຍຸກໃໝ່ ເພື່ອປັບປຸງກຳແພງສີຂຽວຢູ່ເຂດຊາຍແດນພາກເໜືອຂອງປະເທດຊາດທີ່ຍາວ 5.000 ກິໂລແມັດໃຫ້ເຂັ້ມແຂງຫຼາຍຂຶ້ນ ແລະ ສ້າງຜົນງານທີ່ໃຫຍ່ຫຼວງກວ່າເກົ່າໃນການສ້າງສາປະເທດຈີນທີ່ສວຍງາມ.

ທ່ານສີຈິ້ນຜິງເປັນປະທານຈັດກອງປະຊຸມສຳມະນາກ່ຽວກັບການເພີ່ມທະວີວຽກງານປ້ອງກັນບໍ່ໃຫ້ດິນຫັນເປັນທະເລຊາຍແບບສັງລວມ ແລະ ຊຸກຍູ້ໂຄງການປູກໄມ້ໃຫ້ເປັນປ່າເພື່ອປ້ອງກັນໄພຢູ່ 3 ພາກ ແລະ ກ່າວຄຳປາໄສທີ່ສຳຄັນ