ປະທານປະເທດຈີນພົບປະກັບປະທານາທິບໍດີຮົງດູຣັດ

2023-06-14 10:34:08
ມາຈາກ:CRI

ຕອນບ່າຍວັນທີ 12 ມິຖຸນານີ້ ຢູ່ຫໍສະພາປະຊາຊົນແຫ່ງຊາດຈີນ ທີ່ນະຄອນຫຼວງປັກກິ່ງ, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ພົບປະກັບທ່ານນາງຄາສະໂຕຣ ປະທານາທິບໍດີຮົງດູຣັດ ທີ່ມາຢ້ຽມຢາມຈີນທາງລັດຖະກິດ.

ທ່ານສີຈິ້ນຜິງ ກ່າວວ່າ: ນັບຕັ້ງແຕ່ຈີນ ແລະ ຮົງດູຣັດ ສ້າງຕັ້ງສາຍພົວພັນທາງການທູດໃນເດືອນມີນາປີນີ້ເປັນຕົ້ນມາ, ການພົວພັນລະຫວ່າງສອງປະເທດໄດ້ມີການເລີ່ມຕົ້ນທີ່ດີ ແລະ ວ່ອງໄວ, ໄດ້ປາກົດມີຊີວິດຊີວາ ແລະ ມີອະນາຄົດທີ່ກວ້າງຂວາງ. ເຊື່ອໝັ້ນວ່າດ້ວຍຄວາມພະຍາຍາມຮ່ວມກັນ ຂອງສອງຝ່າຍ, ການພົວພັນລະຫວ່າງຈີນ-ຮົງດູຣັດຈະມີການພັດທະນາຢ່າງໝັ້ນທ່ຽງ ແລະ ຍາວນານ, ກ້າວໄປສູ່ອະນາຄົດທີ່ສະຫວ່າງສະໄຫວ.

ທ່ານນາງຄາສະໂຕຣ ກ່າວວ່າ: ການສ້າງຕັ້ງສາຍພົວພັນທາງການທູດກັບຈີນ ແມ່ນທາງເລືອກຄັ້ງປະຫວັດສາດຂອງລັດຖະບານຮົງດູຣັດ ເຊິ່ງຈະຖືກບັນທຶກໄວ້ໃນປະຫວັດສາດຢ່າງແນ່ນອນ. ຮົງດູຣັດເດັດດ່ຽວສະໜັບສະໜູນ ແລະ ເຄົາລົບຫຼັກການປະເທດຈີນດຽວ, ເດັດດ່ຽວສະໜັບສະໜູນຄວາມພະຍາຍາມທຸກຢ່າງຂອງລັດຖະບານຈີນເພື່ອບັນລຸການທ້ອນໂຮມປະເທດເຂົ້າເປັນເອກະພາບກັນ.

ພາຍຫຼັງການພົບປະ, ປະມຸກລັດຂອງສອງປະເທດໄດ້ເປັນສັກຂີພິຍານໃຫ້ແກ່ການເຊັນເອກະສານການຮ່ວມມືລະຫວ່າງສອງຝ່າຍຫຼາຍສະບັບ ທີ່ກ່ຽວພັນເຖິງຫຼາຍຂົງເຂດ ເຊັ່ນ: ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”, ການກວດກາຄຸນນະພາບ, ເສດຖະກິດການຄ້າ, ກະສິກຳ, ເຕັກນິກວິທະຍາສາດ, ການສຶກສາ-ວັດທະນະທຳ ແລະຂົງເຂດອື່ນໆ.

ນອກນີ້, ສອງຝ່າຍຍັງໄດ້ອອກ “ຖະແຫຼງການຮ່ວມລະຫວ່າງສາທາລະນະລັດປະຊາຊົນຈີນ ແລະ ສາທາລະນະລັດຮົງດູຣັດ” ອີກດ້ວຍ.

ປະທານປະເທດຈີນພົບປະກັບປະທານາທິບໍດີຮົງດູຣັດ