ທ່ານສີຈິ້ນຜິງພົບປະກັບປະທານາທິບໍດີປາເລັສຕິນ
ຕອນບ່າຍວັນທີ 14 ມິຖຸນານີ້, ຢູ່ນະຄອນຫຼວງປັກກິ່ງ, ທ່ານສີຈິ້ນຜິງ ປະທານປະເທດ ແຫ່ງ ສປ ຈີນໄດ້ພົບປະກັບທ່ານມາມຸດ ອັບບາສ ປະທານາທິບໍດີປາເລັສຕິນ ທີ່ເດີນທາງມາຢ້ຽມຢາມຈີນທາງລັດຖະກິດ. ປະມຸກລັດສອງປະເທດໄດ້ປະກາດສ້າງຕັ້ງສາຍພົວພັນຄູ່ຮ່ວມຍຸດທະສາດຈີນ-ປາເລັສຕິນ.
ທ່ານສີຈິ້ນຜິງໄດ້ສະເໜີຈຸດຢືນ 3 ຂໍ້ໃນການແກ້ໄຂບັນຫາປາເລັສຕິນ ຄື: ໜຶ່ງ, ຫົນທາງແກ້ໄຂບັນຫາປາເລັສຕິນໂດຍພື້ນຖານ ແມ່ນສ້າງປະເທດປາເລັສຕິນທີ່ຖືຊາຍແດນປີ 1967 ເປັນພື້ນຖານ, ຖືເຢລູຊາເລັມຕາເວັນອອກເປັນນະຄອນຫຼວງ ແລະ ມີອະທິປະໄຕສົມບູນ. ສອງ, ຄວາມຕ້ອງການດ້ານເສຖະກິດ ແລະ ຊີວິດການເປັນຢູ່ຂອງປະຊາຊົນປາເລັສຕິນ ຕ້ອງໄດ້ຮັບການຮັບປະກັນ ແລະ ສາມ, ຕ້ອງຍຶດໝັ້ນເສັ້ນທາງຖືກຕ້ອງໃນການເຈລະຈາສັນຕິພາບ. ຈີນຍິນດີເສີມຂະຫຍາຍບົດບາດຕັ້ງໜ້າ ເຂົ້າໃນການບັນລຸຄວາມປອງດອງພາຍໃນປາເລັສຕິນ ແລະ ຊຸກຍູ້ການເຈລະຈາສັນຕິພາບ.
ພາຍຫຼັງການພົບປະ, ປະມຸກລັດສອງປະເທດໄດ້ຮ່ວມກັນລົງນາມໃນສະແຕມມື້ທຳອິດໃນການລະນຶກວັນສ້າງຕັ້ງສາຍພົວພັນຈີນ-ປາເລັສຕິນຄົບຮອບ 35 ປີ ແລະ ເປັນສັກຂີພິຍານໃຫ້ແກ່ການເຊັນເອກະສານຮ່ວມມືລະຫວ່າງສອງຝ່າຍຫຼາຍສະບັບ. ສອງຝ່າຍໄດ້ເຜີຍແຜ່ “ຖະແຫຼງການຮ່ວມລະຫວ່າງ ສປ ຈີນ ແລະ ປາເລັສຕິນ ກ່ຽວກັບການສ້າງຕັ້ງສາຍພົວພັນຄູ່ຮ່ວມຍຸດທະສາດ”.