ທ່ານ ສີຈິ້ນຜິງ ສົ່ງໂທລະເລກໄປຍັງປະທານາທິບໍດີອູກັນດາເພື່ອສະແດງຄວາມເຫັນໃຈຕໍ່ເຫດການຫຼອນໂຈມຕີທີ່ເກີດຂຶ້ນຢູ່ໂຮງຮຽນແຫ່ງໜຶ່ງຂອງອູກັນດາ

2023-06-26 18:24:22
ມາຈາກ:CRI

ວັນທີ 23 ມິຖຸນານີ້, ທ່ານ ສີຈິ້ນຜິງ ປະທານປະເທດຈີນໄດ້ສົ່ງໂທລະເລກໄປຍັງທ່ານ ໂຢເວຣີ ຄາກູຕາ ມຸເຊເວນີ ປະທານາທິບໍດີອູກັນດາເພື່ອສະແດງຄວາມເຫັນໃຈຕໍ່ເຫດການຫຼອນໂຈມຕີທີ່ເກີດຂຶ້ນຢູ່ໂຮງຮຽນແຫ່ງໜຶ່ງຂອງອູກັນດາເຮັດໃຫ້ມີຜູ້ເສຍຊີວິດແລະບາດເຈັບເປັນຈຳນວນຫຼາຍ.

ເນື້ອໃນໂທລະເລກຂອງທ່ານ ສີຈິ້ນຜິງ ລະບຸວ່າ: ຂ້າພະເຈົ້າໄດ້ຮັບຂ່າວທີ່ຕື່ນຕົກໃຈວ່າໂຮງຮຽນແຫ່ງໜຶ່ງຢູ່ເຂດຄາເຊເຊທາງພາກຕາເວັນຕົກຂອງອູກັນດາໄດ້ຖືກຫຼອນໂຈມຕີແບບກໍ່ການຮ້າຍ,ສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດແລະບາດເຈັບເປັນຈຳນວນຫຼາຍ. ຂ້າພະເຈົ້າຂໍຕາງໜ້າໃຫ້ລັດຖະບານແລະປະຊາຊົນຈີນສະແດງຄວາມໄວ້ອາໄລຢ່າງສຸດຊື້ງຕໍ່ຜູ້ເສຍຊີວິດທີ່ບໍ່ມີຄວາມຜິດຫຍັງ,ສະແດງຄວາມເຫັນໃຈຢ່າງຈິງໃຈຕໍ່ຄອບຄົວຜູ້ເສຍຊີວິດແລະໄດ້ຮັບບາດເຈັບ.

ທ່ານ ສີຈິ້ນຜິງ ຊີ້ໃຫ້ເຫັນວ່າ: ຈີນກ່າວປະນາມຕໍ່ການກະທຳກໍ່ການຮ້າຍດ້ວຍຄວາມຮຸນແຮງທຸກຮູບແບບ,ຈະສືບຕໍ່ເດັດດ່ຽວສະໜັບສະໜູນອູກັນດາໃນການທຳຄວາມພະຍາຍາມເພື່ອໂຈມຕີລັດທິກໍ່ການຮ້າຍ,ປົກປັກຮັກສາຄວາມໝັ້ນຄົງແລະສະຖຽນລະພາບຂອງປະເທດ.

ທ່ານ ສີຈິ້ນຜິງ ສົ່ງໂທລະເລກໄປຍັງປະທານາທິບໍດີອູກັນດາເພື່ອສະແດງຄວາມເຫັນໃຈຕໍ່ເຫດການຫຼອນໂຈມຕີທີ່ເກີດຂຶ້ນຢູ່ໂຮງຮຽນແຫ່ງໜຶ່ງຂອງອູກັນດາ