ທ່ານສີຈິ້ນຜິງກ່າວເນັ້ນໜັກວ່າ: ຕ້ອງແບກຫາບໜ້າທີ່ພາລະກິດທີ່ພັກມອບໝາຍໃຫ້ໃນຍຸກໃໝ່ ແລະ ຂະບວນການໃໝ່ຢ່າງແທ້ຈິງ
ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ, ປະທານປະເທດຈີນ, ປະທານຄະນະກຳມະການການທະຫານສູນກາງຈີນ ໄດ້ໂອ້ລົມລວມໝູ່ສະມາຊິກຄະນະນຳຊຸດໃໝ່ຂອງຄະນະກຳມະການສູນກາງຄະນະຊາວໜຸ່ມຄອມມູນິດຈີນຢູ່ສຳນັກງານຈົ່ງນານໄຫໃນຕອນບ່າຍວັນທີ 26 ມິຖຸນານີ້.
ທ່ານສີຈິ້ນຜິງກ່າວເນັ້ນໜັກວ່າ: ພາລະກິດຂອງພັກ ແລະ ລັດແມ່ນຝາກຄວາມຫວັງໄວ້ນຳຊາວໜຸ່ມ. ຫວັງວ່າສູນກາງຊາວໜຸ່ມຈະຈັດຕັ້ງປະຕິບັດຄວາມຮຽກຮ້ອງຕ້ອງການຂອງສູນກາງພັກໃຫ້ກ້າວເຂົ້າສູ່ລວງເລິກ, ຕ້ອງແບກຫາບໜ້າທີ່ພາລະກິດທີ່ພັກມອບໝາຍໃຫ້ໃນຍຸກໃໝ່ ແລະ ຂະບວນການໃໝ່ຢ່າງແທ້ຈິງ, ສືບທອດ ແລະ ສົ່ງເສີມມູນເຊື້ອອັນດີງາມ, ຍຶດໝັ້ນການປະຕິຮູບ ແລະ ການປະດິດສ້າງ, ເຕົ້າໂຮມຄວາມສາມັກຄີຂອງໄວໜຸ່ມຢູ່ອ້ອມຂ້າງພັກໃຫ້ດີກວ່າເກົ່າ, ບຸກເບີກສູ້ຊົນຢ່າງບໍ່ຢຸດຢັ້ງເຂົ້າໃນພາລະກິດອັນຍິ່ງໃຫຍ່ ຄື: ການຊຸກຍູ້ການສ້າງສາປະເທດຊາດໃຫ້ເຂັ້ມແຂງ, ຟື້ນຟູຄວາມຈະເລີນຮຸ່ງເຮືອງຂອງປະຊາຊາດຄືນໃໝ່.
ທ່ານຊ້າຍສີ ກຳມະການປະຈຳກົມການເມືອງສູນກາງພັກຄອມມູນິດຈີນ, ເລຂາທິການຄະນະເລຂາສູນກາງພັກຄອມມູນິດຈີນໄດ້ເຂົ້າຮ່ວມການໂອ້ລົມລວມໝູ່ໃນຄັ້ງນີ້.