ທ່ານສີຈິ້ນຜິງຕ້ອນຮັບການເຂົ້າຢ້ຽມຄຳນັບຂອງນາຍົກຫວຽດນາມ

2023-06-28 19:03:51
ມາຈາກ:CRI

ຕາມຂ່າວCRI: ຕອນບ່າຍວັນທີ 27 ມິຖຸນານີ້, ທ່ານສີຈິ້ນຜິງ, ປະທານປະເທດຈີນໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງທ່ານຟ້າມ ມິ່ງ ຈິງ, ນາຍົກລັດຖະມົນຕີຫວຽດນາມທີ່ໄດ້ເດີນທາງມາຢ້ຽມຢາມຈີນຢ່າງເປັນທາງການຢູ່ຫໍສະພາປະຊາຊົນແຫ່ງຊາດຈີນທີ່ນະຄອນຫຼວງປັກກິ່ງ.

ທ່ານສີຈິ້ນຜິງຊີ້ອອກວ່າ: ປີນີ້ແມ່ນປີສ້າງຕັ້ງສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງຈີນ-ຫວຽດນາມຄົບຮອບ15 ປີ, ການໄປມາຫາສູ່ກັນແຕ່ລະຂັ້ນລະຫວ່າງສອງປະເທດນັບມື້ນັບແໜ້ນແຟ້ນກວ່າເກົ່າ, ຄວາມຮັບຮູ້ທີ່ເປັນເອກະພາບກັນທີ່ບັນລຸໄດ້ໂດຍຂ້າພະເຈົ້າແລະທ່ານເລຂາທິການໃຫຍ່ ຫງວຽນ ຟູ ຈ້ອງກຳລັງໄດ້ຮັບການຈັດຕັ້ງປະຕິບັດ. ເມື່ອປະເຊີນໜ້າກັບສະພາບການສາກົນທີ່ນັບມື້ນັບສັບສົນກວ່າເກົ່າ, ຈີນແລະຫວຽດນາມສອງປະເທດຕ້ອງຮ່ວມມືກັນ, ສະແຫວງຫາການພັດທະນາຮ່ວມກັນ, ຮ່ວມສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ທີ່ມີຄຸນນະພາບສູງ, ເພີ່ມທະວີການເຊື່ອມຕໍ່ຍຸດທະສາດດ້ານການພັດທະນາ, ເລັ່ງລັດການຮ່ວມມືຕົວຈິງດ້ານພື້ນຖານໂຄງລ່າງແລະຂົງເຂດອື່ນໆ.

ທ່ານຟ້າມ ມິ່ງ ຈິງກ່າວວ່າ: ຫວຽດນາມຈະສືບຕໍ່ຕັ້ງໜ້າເຂົ້າຮ່ວມການຮ່ວມສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”, ລົງເລິກການຮ່ວມມືໃນແຕ່ລະຂົງເຂດ, ຊຸກຍູ້ໃຫ້ການພົວພັນລະຫວ່າງຫວຽດນາມ-ຈີນໄດ້ຮັບການພັດທະນາກ້າວໄປຂ້າງໜ້າຢ່າງບໍ່ຢຸດຢັ້ງ. ຫວຽດນາມຄັດຄ້ານການຫັນບັນຫາເສດຖະກິດເປັນບັນຫາການເມືອງ, ຍິນດີຮັດແໜ້ນການປະສານງານກັບຈີນ, ບໍ່ໃຫ້ອິດທິກຳລັງໃດໆຫວ່ານສ້າງຂັດແຍ້ງຕໍ່ການພົວພັນລະຫວ່າງຫວຽດນາມ-ຈີນ.

ທ່ານສີຈິ້ນຜິງຕ້ອນຮັບການເຂົ້າຢ້ຽມຄຳນັບຂອງນາຍົກຫວຽດນາມ