ທ່ານສີຈິ້ນຜິງຕ້ອນຮັບການເຂົ້າຢ້ຽມຄຳນັບຂອງນາຍົກລັດຖະມົນຕີມົງໂກລີ

2023-06-28 19:06:52
ມາຈາກ:CRI

ຕອນບ່າຍວັນທີ 27 ມິຖຸນານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງທ່ານ ລູຊັນນາມສຣາຍ ໂອຢູນເອີເດນ ນາຍົກລັດຖະມົນຕີມົງໂກລີທີ່ເດີນທາງມາຢ້ຽມຢາມຈີນຢ່າງເປັນທາງການ ຢູ່ຫໍສະພາປະຊາຊົນແຫ່ງຊາດຈີນທີ່ນະຄອນຫຼວງປັກກິ່ງ.

ທ່ານສີຈິ້ນຜິງ ກ່າວວ່າ: ຈີນໃຫ້ຄວາມສຳຄັນເປັນຢ່າງສູງຕໍ່ການຂະຫຍາຍສາຍພົວພັນຈີນ-ມົງໂກລີ, ຈີນຍິນດີຮ່ວມກັບມົງໂກລີລົງເລິກໄມຕີຈິດມິດຕະພາບ, ຄວາມໄວ້ເນື້ອເຊື່ອໃຈກັນ ແລະ ການຮ່ວມມືລະຫວ່າງສອງປະເທດຢ່າງບໍ່ຢຸດຢັ້ງ, ຊຸກຍູ້ໃຫ້ສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານຈີນ-ມົງໂກລີກ້າວເຂົ້າສູ່ລະດັບໃໝ່.

ທ່ານ ລູຊັນນາມສຣາຍ ໂອຢູນເອີເດນ ກ່າວວ່າ: ການພັດທະນາຂອງຈີນໄດ້ປະສົບຜົນສຳເລັດເຫັນໄດ້ຢ່າງປະຈັກຕາຂອງຊາວໂລກ, ເຊິ່ງສະແດງໃຫ້ເຫັນເຖິງກຳລັງການນຳພາຂອງຈີນຢູ່ທົ່ວໂລກ. ມົງໂກລີຍຶດໝັ້ນຫຼັກການປະເທດຈີນດຽວ, ຍິນດີຮ່ວມມືກັບຈີນຢ່າງໃກ້ຊິດ, ຊຸກຍູ້ໃຫ້ທາງລົດໄຟຂ້າມຊາດ ແລະ ດ່ານຊາຍແດນລະຫວ່າງສອງປະເທດເຊື່ອມໂຍງເຊື່ອມຈອດກັນ, ລົງເລິກການຮ່ວມມືໃນຂົງເຂດຕ່າງໆ, ເຊັ່ນ: ເສດຖະກິດການຄ້າ, ການລົງທຶນ, ພະລັງງານ ແລະ ອື່ນໆ.

ທ່ານສີຈິ້ນຜິງຕ້ອນຮັບການເຂົ້າຢ້ຽມຄຳນັບຂອງນາຍົກລັດຖະມົນຕີມົງໂກລີ