ທ່ານ ສີຈິ້ນຜິງ ຈະເຂົ້າຮ່ວມກອງປະຊຸມຄັ້ງທີ 23 ຂອງສະພາມົນຕີປະມຸກລັດບັນດາປະເທດສະມາຊິກອົງການຮ່ວມມືຊຽງໄຮ
2023-06-30 18:31:37
ມາຈາກ:CRI
ວັນທີ 30 ມິຖຸນານີ້, ທ່ານນາງ ຮວ້າຊຸ່ນຢີງ ໂຄສົກກະຊວງການຕ່າງປະເທດຈີນແຈ້ງໃຫ້ຮູ້ວ່າ: ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ນາເຣັນດຣາ ໂມດີ ນາຍົກລັດຖະມົນຕີອິນເດຍ, ທ່ານ ສີຈິ້ນຜິງ ປະທານປະເທດຈີນຈະເຂົ້າຮ່ວມກອງປະຊຸມຄັ້ງທີ 23 ຂອງສະພາມົນຕີປະມຸກລັດບັນດາປະເທດສະມາຊິກອົງການຮ່ວມມືຊຽງໄຮແລະກ່າວຄຳປາໄສໂດຍຜ່ານທາງວິດີໂອຢູ່ນະຄອນຫຼວງປັກກິ່ງໃນວັນທີ 4 ກໍລະກົດໜ້ານີ້.