ກົມການເມືອງສູນກາງພັກຄອມມູນິດຈີນຈັດກອງປະຊຸມ ທ່ານສີຈິ້ນຜິງເປັນປະທານກອງປະຊຸມ

2023-07-03 20:58:17
ມາຈາກ:CRI

ຫວ່າງມໍ່ໆມານີ້, ກົມການເມືອງສູນກາງພັກຄອມມູນິດຈີນໄດ້ຈັດກອງປະຊຸມ, ເພື່ອພິຈາລະນາ “ຄວາມເຫັນກ່ຽວກັບນະໂຍບາຍ ແລະ ມາດຕະການທີ່ສະໜັບສະໜູນການສ້າງເຂດໃໝ່ສົງອ່ານດ້ວຍມາດຕະຖານສູງ ແລະ ຄຸນນະພາບສູງ”. ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນເປັນປະທານກອງປະຊຸມ.

ກອງປະຊຸມຊີ້ອອກວ່າ, ການສ້າງເຂດໃໝ່ສົງອ່ານ, ແມ່ນນະໂຍບາຍສຳຄັນສະບັບໜຶ່ງທີ່ສູນກາງພັກຄອມມູນິດຈີນໂດຍມີສະຫາຍສີຈິ້ນຜິງເປັນແກນນຳນັ້ນໄດ້ຈັດວາງໄວ້ເພື່ອຍົກຍ້າຍພາກສ່ວນທີ່ບໍ່ຈຳເປັນເຮັດຢູ່ນະຄອນຫຼວງປັກກິ່ງໄປສູ່ບ່ອນອື່ນ, ລົງເລິກຊຸກຍູ້ການພັດທະນາແບບປະສານສົມທົບກັນຂອງນະຄອນຫຼວງປັກກິ່ງ-ນະຄອນທຽນສິນ-ແຂວງເຫີເປີຍ, ແມ່ນແຜນການຮອບພັນປີ ແລະ ວຽກສຳຄັນແຫ່ງຊາດ.

ກອງປະຊຸມເນັ້ນໜັກວ່າ ຕ້ອງຊຸກຍູ້ໃຫ້ຈັດຕັ້ງປະຕິບັດໂຄງການຍົກຍ້າຍທີ່ມີລັກສະນະເປັນຂີດໝາຍຢູ່ເຂດໃໝ່ສົງອ່ານຢ່າງຕໍ່ເນື່ອງ, ຕັ້ງໜ້າຊອກຄົ້ນ ແລະ ປະຕິບັດຕາມກົດເກນພັດທະນາໃນການສ້າງສາຕົວເມືອງ, ເພີ່ມທະວີແນວຄິດ ປະຢັດ, ມີປະສິດທິພາບສູງ, ສີຂຽວ ແລະ ກາກບອນຕ່ຳ, ຄວບຄຸມຂະໜາດ ແລະ ຈັງຫວະການກໍ່ສ້າງຢ່າງສົມເຫດສົມຜົນ. ຕ້ອງຊຸກຍູ້ມາດຕະການປະຕິຮູບ ແລະ ປະດິດສ້າງໃໝ່ໃນຂົງເຂດທີ່ກ່ຽວຂ້ອງໃຫ້ໄດ້ຮັບການຈັດຕັ້ງປະຕິບັດຢູ່ເຂດໃໝ່ສົງອ່ານ, ປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດໃຫ້ດີຂຶ້ນ, ເພີ່ມທະວີການປະດິດສ້າງໃໝ່ດ້ານວິທະຍາສາດເຕັກນິກ, ພັດທະນາອຸດສາຫະກຳໄຮເທັກລະດັບສູງ, ເພີ່ມຄວາມສາມາດດ້ານການພັດທະນາຕົນເອງຂອງເຂດໃໝ່ສົງອ່ານຢ່າງບໍ່ຢຸດຢັ້ງ. ຕ້ອງສຸມໃສ່ໂຄງປະກອບການບໍລິຫານຕົວເມືອງ, ລະບຽບການບໍລິການສາທາລະນະແລະອື່ນໆ, ເພີ່ມທະວີການອອກແບບທີ່ມີວິໄສທັດລ່ວງໜ້າໃນໂຄງຮ່າງສ້າງສາ ໝູນວຽນ ແລະ ຄຸ້ມຄອງຕົວເມືອງໃນອະນາຄົດຢູ່ເຂດໃໝ່ສົງອ່ານ, ຕັ້ງໜ້າຄົ້ນຄວ້າຮູບແບບການບໍລິຫານຕົວເມືອງທັນສະໄໝທີ່ມີສີສັນພິເສດຂອງຈີນ.

ກົມການເມືອງສູນກາງພັກຄອມມູນິດຈີນຈັດກອງປະຊຸມ ທ່ານສີຈິ້ນຜິງເປັນປະທານກອງປະຊຸມ