ທ່ານສີຈິ້ນຜິງສົ່ງສານອວຍພອນເຖິງງານສົນທະນາເພື່ອແລກປ່ຽນຄວາມຄິດເຫັນ ແລະ ຖອດຖອນບົດຮຽນດ້ານອະລິຍະທຳຄັ້ງທີ 3 ກໍຄື ກອງປະຊຸມຈີນວິທະຍາໂລກຄັ້ງທຳອິດ
ວັນທີ 3 ກໍລະກົດນີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ ປະທານປະເທດຈີນໄດ້ສົ່ງສານອວຍພອນເຖິງງານສົນທະນາເພື່ອແລກປ່ຽນຄວາມຄິດເຫັນ ແລະ ຖອດຖອນບົດຮຽນດ້ານອະລິຍະທຳຄັ້ງທີ 3 ກໍຄື ກອງປະຊຸມຈີນວິທະຍາໂລກຄັ້ງທຳອິດ.
ເນື້ອໃນສານອວຍພອນຂອງທ່ານສີຈິ້ນຜິງລະບຸວ່າ: ໃນຂະບວນການພັດທະນາອັນຍາວນານຂອງປະຫວັດສາດມວນມະນຸດ, ຊົນຊາດຕ່າງໆຢູ່ໃນໂລກໄດ້ປະດິດສ້າງອະລິຍະທຳທີ່ມີຈຸດພິເສດ ແລະ ເອກະລັກຂອງຕົນເອງ.ລະຫວ່າງອະລິຍະທຳທີ່ຕ່າງກັນ ແລກປ່ຽນກັນຢ່າງສະເໝີພາບ, ຖອດຖອນບົດຮຽນເຊິ່ງກັນແລະກັນ ຈະສະໜອງທິດຊີ້ນຳດ້ານຈິດໃຈທີ່ເຂັ້ມແຂງເພື່ອຊ່ວຍແກ້ໄຂບັນຫາຫຍຸ້ງຍາກໃນຍຸກສະໄໝ ແລະ ບັນລຸໃຫ້ພ້ອມກັນພັດທະນາ.
ເນື້ອໃນສານອວຍພອນຂອງທ່ານສີຈິ້ນຜິງລະບຸຕື່ມວ່າ: ຈີນຍິນດີພ້ອມກັນກັບຝ່າຍຕ່າງໆ ສົ່ງເສີມຄ່ານິຍົມຮ່ວມຂອງມວນມະນຸດເຊິ່ງລວມທັງສັນຕິພາບ, ການພັດທະນາ, ຄວາມຍຕິທຳ, ຄວາມເປັນທຳ, ປະຊາທິປະໄຕ ແລະເສລີພາບ, ຈັດຕັ້ງປະຕິບັດຂໍ້ລິເລິ່ມຄວາມສີວິໄລໂລກ. ຫວັງວ່ານັກຈີນວິທະຍາຂອງປະເທດຕ່າງໆ ໃນຖານະທີ່ເປັນທູດຊ່ວຍໃຫ້ອະລິຍະທຳຈີນ ແລະ ຕ່າງປະເທດເຊື່ອມຕໍ່ກັນ, ທຳຄວາມພະຍາຍາມຫຼາຍກວ່າເກົ່າເພື່ອຊຸກຍູ້ໃຫ້ວັດທະນະທຳຈີນ ແລະ ຕ່າງປະເທດແລກປ່ຽນກັນ ພ້ອມທັງເພີ່ມທະວີຄວາມເຂົ້າໃຈກັນ, ມິດຕະພາບ ແລະ ການຮ່ວມມື.