ທ່ານສີຈິ້ນຜິງກ່າວວ່າ: ຕ້ອງສຸມໃສ່ການຮ່ວມມືທີ່ຕິດແທດຕົວຈິງ ເລັ່ງລັດການຟື້ນຟູເສດຖະກິດຄືນໃໝ່

2023-07-05 16:09:14
ມາຈາກ:CRI

ທ່ານສີຈິ້ນຜິງ ປະທານປະເທດຈີນ ໄດ້ເຂົ້າຮ່ວມກອງປະຊຸມສະພາປະມຸກລັດປະເທດສະມາຊິກອົງການຮ່ວມມືຊຽງໄຮ້ຄັ້ງທີ 23 ແລະ ກ່າວຄຳໄປໄສອັນສຳຄັນ ຜ່ານທາງວິດີໂອຢູ່ນະຄອນຫຼວງປັກກິ່ງໃນຕອນບ່າຍວັນທີ 4 ກໍລະກົດນີ້.

ທ່ານສີຈິ້ນຜິງກ່າວວ່າ: ການຊຸກຍູ້ການເຕີບໂຕຂອງເສດຖະກິດແມ່ນໜ້າທີ່ຮ່ວມກັນຂອງປະເທດໃນພາກພື້ນ. ຈີນຍິນດີຮ່ວມກັບບັນດາຝ່າຍຈັດຕັ້ງປະຕິບັດຂໍ້ລິເລີ່ມການພັດທະນາທົ່ວໂລກ, ຍຶດໝັ້ນທິດທາງອັນຖືກຕ້ອງດ້ານເສດຖະກິດໂລກາພິວັດ, ຄັດຄ້ານລັດທິປົກປ້ອງ, ຄັດຄ້ານການລົງໂທດແບບຝ່າຍດຽວ, ຄັດຄ້ານການຕັດສາຍພົວພັນກັນ, ພະຍາຍາມຂະຫຍາຍການຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດໃຫ້ກວ້າງຂວາງກວ່າເກົ່າ, ເຮັດໃຫ້ຜົນສຳເລັດດ້ານການພັດທະນາສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນຢູ່ບັນດາປະເທດຢ່າງໃຫຍ່ຫຼວງກວ່າເກົ່າ ແລະ ຍຸຕິທຳກວ່າເກົ່າ.

ທ່ານສີຈິ້ນຜິງກ່າວຕື່ມວ່າ: ການບັນລຸໃຫ້ພາກພື້ນມີຄວາມສະຫງົບ ແລະ ຄວາມໝັ້ນຄົງຢ່າງຖາວອນແມ່ນຄວາມຮັບຜິດຊອບຮ່ວມຂອງພວກເຮົາ. ຈີນຍິນດີຮ່ວມກັບບັນດາຝ່າຍຈັດຕັ້ງປະຕິບັດຂໍ້ລິເລີ່ມຄວາມໝັ້ນຄົງທົ່ວໂລກ, ຍຶດໝັ້ນການແກ້ໄຂຄວາມຂັດແຍ້ງລະຫວ່າງປະເທດໂດຍຜ່ານການເຈລະຈາ, ຊຸກຍູ້ການແກ້ໄຂບັນຫາສຳຄັນໃນພາກພື້ນ ແລະ ສາກົນໂດຍຜ່ານການເມືອງ, ຮັກສາຄວາມໝັ້ນຄົງໃນພາກພື້ນຢ່າງໜຽວແໜ້ນ.

ທ່ານສີຈິ້ນຜິງກ່າວວ່າ: ຕ້ອງສຸມໃສ່ການຮ່ວມມືທີ່ຕິດແທດຕົວຈິງ ເລັ່ງລັດການຟື້ນຟູເສດຖະກິດຄືນໃໝ່