ທ່ານສີຈິ້ນຜິງສົ່ງສານຊົມເຊີຍເຖິງກິດຈະກຳສະເຫຼີມສະຫຼອງການສ້າງສາຍພົວພັນທາງການຄ້າລະຫວ່າງຈີນ-ອັງກິດຄົບຮອບ 70 ປີພາຍໃຕ້ຫົວຂໍ້ “ທັບມ້າງນ້ຳກ້ອນ”

2023-07-06 18:19:36
ມາຈາກ:CRI

ວັນທີ 6 ກໍລະກົດນີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ສົ່ງສານຊົມເຊີຍເຖິງກິດຈະກຳສະເຫຼີມສະຫຼອງການສ້າງສາຍພົວພັນທາງການຄ້າລະຫວ່າງຈີນ-ອັງກິດຄົບຮອບ 70 ປີພາຍໃຕ້ຫົວຂໍ້ “ທັບມ້າງນ້ຳກ້ອນ”.

ເນື້ອໃນສານຊົມເຊີຍຂອງທ່ານສີຈິ້ນຜິງລະບຸວ່າ: ເມື່ອ 70 ປີກ່ອນ, ນັກທຸລະກິດອັງກິດທີ່ມີທ່ານ ແຈັກເປຣີ ເປັນຜູ້ຕົວແທນໄດ້ສັງເກດເຫັນອະນາຄົດອັນສະຫວ່າງສະໄຫວຂອງ ສປ ຈີນ ແລະ ກຳລັງແຮງບົ່ມຊ້ອມອັນໃຫຍ່ຫຼວງຂອງການຮ່ວມມືລະຫວ່າງຈີນ-ອັງກິດຢ່າງສະຫຼາດສ່ອງໃສ, ໂດຍໄດ້ນຳໜ້າສ້າງຊ່ອງທາງການແລກປ່ຽນດ້ານການຄ້າລະຫວ່າງຈີນ-ອັງກິດ. ເວລາ 70 ປີຜ່ານມານີ້, ຜູ້ “ທັບມ້າງນ້ຳກ້ອນ” ຫຼາຍເຊັ່ນຄົນໄດ້ເປັນສັກຂີພິຍານ ແລະ ຕັ້ງໜ້າເຂົ້າຮ່ວມພາລະກິດການພັດທະນາ ແລະ ການປະຕິຮູບຂອງຈີນ, ໂດຍໄດ້ບັນລຸການພັດທະນາຕົນເອງໃຫ້ມີຄວາມເຂັ້ມແຂງທ່າມກາງການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດ. ພາຍໃຕ້ຄວາມພະຍາຍາມຮ່ວມຂອງສອງຝ່າຍ, ການຄ້າລະຫວ່າງຈີນ-ອັງກິດຈາກບໍ່ມີຮອດມີ, ນັບມາຮອດປັດຈຸບັນ, ຍອດມູນຄ່າການຄ້າສອງຝ່າຍມີຫຼາຍກວ່າຮ້ອຍຕື້ໂດລາ. ສະພາບຕົວຈິງໄດ້ຢືນຢັນໃຫ້ເຫັນວ່າ: ການຮ່ວມມືລະຫວ່າງຈີນ-ອັງກິດໄດ້ສ້າງຄວາມຜາສຸກໃຫ້ແກ່ປະຊາຊົນສອງຊາດ, ມີຜົນດີຕໍ່ສັນຕິພາບ ແລະ ການພັດທະນາທົ່ວໂລກ.

ເນື້ອໃນສານຊົມເຊີຍຂອງທ່ານສີຈິ້ນຜິງລະບຸຕື່ມວ່າ: ໂລກປັດຈຸບັນນີ້ມີສິ່ງທ້າທາຍຫຼາຍປະການທີ່ທັບຊ້ອນກັນ, ຂະບວນການໂລກາພິວັດດ້ານເສດຖະກິດໄດ້ຊຸດໂຊມລົງ. ຫວັງວ່າບຸກຄົນທີ່ມີວິໄສທັດເບິ່ງກວ້າງມອງໄກຈາກວົງການຕ່າງໆຂອງຈີນ-ອັງກິດຈະສືບທອດຈິດໃຈທີ່ເບິ່ງກວ້າງມອງໄກ ແລະ ຮ່ວມມືແບບເປີດປະຕູ, ສຸມກຳລັງເຂົ້າໃນການສ້າງສະພາບການໃໝ່ທີ່ຮ່ວມມືກັນແບບຕ່າງຝ່າຍຕ່າງມີຜົນປະໂຫຍດ, ຊຸກຍູ້ການສ້າງເສດຖະກິດໂລກແບບເປີດປະຕູ, ປະກອບສ່ວນໃຫຍ່ຫຼວງກວ່າເກົ່າເຂົ້າໃນການຊຸກຍູ້ການຮ່ວມມືແບບໄມຕີຈິດມິດຕະພາບລະຫວ່າງຈີນ-ອັງກິດ.

ທ່ານສີຈິ້ນຜິງສົ່ງສານຊົມເຊີຍເຖິງກິດຈະກຳສະເຫຼີມສະຫຼອງການສ້າງສາຍພົວພັນທາງການຄ້າລະຫວ່າງຈີນ-ອັງກິດຄົບຮອບ 70 ປີພາຍໃຕ້ຫົວຂໍ້ “ທັບມ້າງນ້ຳກ້ອນ”