ທ່ານສີຈິ້ນຜິງລົງສຳຫຼວດຢູ່ນະຄອນນານກິ່ງແຂວງຈ່ຽງຊູ່ຈີນ
2023-07-07 17:32:45
ມາຈາກ:CRI
ຕອນບ່າຍວັນທີ 6 ກໍລະກົດນີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນໄດ້ໄປສຳຫຼວດຫ້ອງທົດລອງສີມ່ວງແລະ ກຸ່ມບໍລິສັດນາຣີຢູ່ນະຄອນນານກິ່ງ ແຂວງຈ່ຽງຊູ່ຈີນ ເພື່ອຊອກຮູ້ສະພາບການກ່ຽວກັບການແກ້ໄຂຂອດຍາກໃນໜ້າທີ່ເຕັກໂນໂລຊີອັນສຳຄັນ, ການພັດທະນາອຸດສາຫະກຳການຜະລິດທີ່ກ້າວໜ້າເປັນກຸ່ມ ແລະ ການຊຸກຍູ້ການພັດທະນາທີ່ມີຄຸນນະພາບສູງເປັນຕົ້ນ.