ທ່ານສີຈິ້ນຜິງສົ່ງສານຊົມເຊີຍເຖິງກອງປະຊຸມຂັ້ນສູງຄັ້ງທຳອິດຂອງເວທີເປິກສາຫາລືການເຄື່ອນໄຫວຊົມໃຊ້ການພັດທະນາທົ່ວໂລກ

2023-07-10 18:02:59
ມາຈາກ:CRI

ວັນທີ 10 ກໍລະກົດນີ້, ກອງປະຊຸມຂັ້ນສູງຄັ້ງທຳອິດຂອງເວທີເປິກສາຫາລືການເຄື່ອນໄຫວຊົມໃຊ້ການພັດທະນາທົ່ວໂລກໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງປະເທດຈີນ. ທ່ານສີຈິ້ນຜິງ ປະທານປະເທດຈີນ ໄດ້ສົ່ງສານຊົມເຊີຍເຖິງກອງປະຊຸມຄັ້ງນີ້.

ເນື້ອໃນສານຊົມເຊີຍຂອງທ່ານສີຈິ້ນຜິງເນັ້ນໜັກວ່າ: ການພັດທະນາແມ່ນຫົວຂໍ້ຖາວອນຂອງສັງຄົມມະນຸດ. ການຊົມໃຊ້ການພັດທະນາຮ່ວມກັນເປັນຊ່ອງທາງສຳຄັນເພື່ອສ້າງສາໂລກທີ່ສວຍງາມ. ໃນຖານະເປັນປະເທດກຳລັງພັດທະນາໃຫຍ່ທີ່ສຸດຢູ່ໃນໂລກ, ຈີນຈະຮ່ວມກັບປະຊາຄົມໂລກ, ສືບຕໍ່ຊຸກຍູ້ຂໍ້ລິເລີ່ມກ່ຽວກັບການພັດທະນາທົ່ວໂລກໃຫ້ກ້າວລົງສູ່ລວງເລິກ ແລະ ຕິດແທດກັບສະພາບຕົວຈິງ, ປະກອບສ່ວນອັນໃໝ່ເຂົ້າໃນການບັນລຸເປົ້າໝາຍການພັດທະນາແບບຍືນຍົງເມື່ອຮອດ 2030 ຂອງອົງການສະຫະປະຊາຊາດ ແລະ ຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ.

ກອງປະຊຸມຂັ້ນສູງຄັ້ງທຳອິດຂອງເວທີເປິກສາຫາລືການເຄື່ອນໄຫວຊົມໃຊ້ການພັດທະນາທົ່ວໂລກຈັດຂຶ້ນໂດຍອົງການການຮ່ວມມືດ້ານການພັດທະນາສາກົນແຫ່ງຊາດຈີນ ພາຍໃຕ້ຫົວຂໍ້ “ຂໍ້ລິເລີ່ມຂອງຈີນ, ການເຄື່ອນໄຫວຂອງທົ່ວໂລກ”. ມີເຈົ້າໜ້າທີ່ຂັ້ນສູງ ແລະ ເຈົ້າໜ້າທີ່ການທູດທີ່ມາຈາກ 27 ປະເທດ ພ້ອມດ້ວຍຜູ້ຕາງໜ້າຈາກ 20 ກວ່າອົງການຈັດຈັ້ງຂອງອົງການສະຫະປະຊາຊາດ ແລະ ອົງການຈັດຕັ້ງສາກົນໄດ້ເຂົ້າຮ່ວມກອງປະຊຸມດັ່ງກ່າວ.

ທ່ານສີຈິ້ນຜິງສົ່ງສານຊົມເຊີຍເຖິງກອງປະຊຸມຂັ້ນສູງຄັ້ງທຳອິດຂອງເວທີເປິກສາຫາລືການເຄື່ອນໄຫວຊົມໃຊ້ການພັດທະນາທົ່ວໂລກ