ທ່ານສີຈິ້ນຜິງພົບປະກັບປະທານສະພາສູງສະຫະພັນຣັດເຊຍ

2023-07-11 18:58:59
ມາຈາກ:CRI

ຕອນບ່າຍວັນທີ 10 ກໍລະກົດນີ້, ຢູ່ນະຄອນຫຼວງປັກກິ່ງ, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ພົບປະກັບທ່ານນາງວາເລນຕີນາ ມັດວຽນໂກ ປະທານສະພາສູງສະຫະພັນຣັດເຊຍ.

ທ່ານສີຈິ້ນຜິງກ່າວວ່າ: ພາຍໃຕ້ຄວາມພະຍາຍາມຮ່ວມຂອງສອງຝ່າຍ, ການພົວພັນຈີນ-ຣັດເຊຍໄດ້ຮັກສາທ່ວງທ່າຂະຫຍາຍຕົວຢ່າງປອດໃສ ແລະ ໝັ້ນທ່ຽງຢ່າງສະເໝີຕົ້ນສະເໝີປາຍ. ຈີນຍິນດີຮ່ວມກັບຣັດເຊຍ, ຂະຫຍາຍການພົວພັນຄູ່ປະສານງານຍຸດທະສາດຮອບດ້ານໃນຍຸກໃໝ່ ທີ່ຊ່ວຍຊູຍູ້ໜູນກັນ, ເຊື່ອມໂຍງເຂົ້າກັນຢ່າງເລິກເຊິ່ງ, ບຸກເບີກແລະມີການປະດິດສ້າງໃໝ່, ສ້າງຜົນປະໂຫຍດໃຫ້ທົ່ວເຖິງ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ ເພື່ອຊ່ວຍຫ້ສອງປະເທດພັດທະນາ ແລະ ຈະເລີນຮຸ່ງເຮືອງຮ່ວມກັນ, ຊຸກຍູ້ການສ້າງໂລກທີ່ຈະເລີນຮຸ່ງເຮືອງ, ມີສະຖຽນລະພາບ, ຍຸຕິທຳ ແລະ ມີຄວາມປັນທຳ.

ທ່ານນາງວາເລນຕີນາ ມັດວຽນໂກກ່າວວ່າ: ການພົວພັນຄູ່ປະສານງານຍຸດທະສາດຮອບດ້ານຣັດເຊຍ-ຈີນ ແມ່ນສອດຄ່ອງກັບຜົນປະໂຫຍດຮ່ວມຂອງສອງປະເທດ ແລະ ຄວາມປາດຖະໜາຂອງປະຊາຊົນສອງຊາດ, ໄດ້ກ້າວຂຶ້ນສູ່ລະດັບສູງສຸດໃນປະຫວັດສາດ ແລະ ຍັງຈະສືບຕໍ່ຂະຫຍາຍຕົວຢ່າງໜັກແໜ້ນ. ລັດຖະສະພາສະຫະພັນຣັດເຊຍສະໜັບສະໜູນລົງເລິກການຮ່ວມມືຣັດເຊຍ-ຈີນຢ່າງກວ້າງຂວາງ, ຍິນດີເພີ່ມທະວີການແລກປ່ຽນ ແລະ ສົນທະນາກັບສະພາປະຊາຊົນແຫ່ງຊາດຈີນຕື່ມອີກ ເພື່ອສະໜອງສິ່ງຄ້ຳປະກັນດ້ານກົດໝາຍໃຫ້ແກ່ການຈັດຕັ້ງປະຕິບັດຄວາມເຫັນທີ່ເປັນເອກະພາບກັນລະຫວ່າງປະມຸກລັດສອງປະເທດ.

ທ່ານສີຈິ້ນຜິງພົບປະກັບປະທານສະພາສູງສະຫະພັນຣັດເຊຍ