ທ່ານສີຈິ້ນຜິງໃຫ້ຄຳຊີ້ນຳທີ່ສຳຄັນຕໍ່ວຽກງານການຫັນເປັນຂໍ້ມູນຂ່າວສານ ແລະ ຄວາມປອດໄພທາງອິນເຕີເນັດ

2023-07-17 17:35:49
ມາຈາກ:CRI

ກອງປະຊຸມວຽກງານການຫັນເປັນຂໍ້ມູນຂ່າວສານ ແລະ ຄວາມປອດໄພທາງອິນເຕີເນັດທົ່ວປະເທດ ໄດ້ຈັດຂຶ້ນລະຫວ່າງວັນທີ 14-15 ກໍລະກົດນີ້ຢູ່ນະຄອນຫຼວງປັກກິ່ງ.

ເມື່ອບໍ່ດົນມານີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ, ປະທານປະເທດ, ປະທາຄະນະກຳມະການການທະຫານສູນກາງຈີນໄດ້ໃຫ້ຄຳຊີ້ນຳທີ່ສຳຄັນຕໍ່ວຽກງານການຫັນເປັນຂໍ້ມູນຂ່າວສານ ແລະ ຄວາມປອດໄພທາງອິນເຕີເນັດ.

ທ່ານສີຈິ້ນຜິງ ໄດ້ກ່າວເນັ້ນໜັກພາລະໜ້າທີ່ຂອງວຽກງານການຫັນເປັນຂໍ້ມູນຂ່າວສານ ແລະ ຄວາມປອດໄພທາງອິນເຕີເນັດຢ່າງຈະແຈ້ງ, ໃນຂະບວນການອອກເດີນທາງຄັ້ງໃໝ່ໃນຍຸກໃໝ່ນີ້, ວຽກງານດັ່ງກ່າວຕ້ອງປະຕິບັດຕາມ “10 ຍຶດໝັ້ນ” ຄື: ຍຶດໝັ້ນໃຫ້ພັກຄຸ້ມຄອງອິນເຕີເນັດ; ຍຶດໝັ້ນເຮັດວຽກງານການຫັນເປັນຂໍ້ມູນຂ່າວສານ ແລະ ຄວາມປອດໄພທາງອິນເຕີເນັດເພື່ອປະຊາຊົນ; ຍຶດໝັ້ນເດີນຕາມເສັ້ນທາງແຫ່ງການບໍລິຫານອິນເຕີທາງທີ່ມີສີສັນພິເສດຂອງຈີນ; ຍຶດໝັ້ນວາງແຜນເປັນເອກະພາບລະຫວ່າງການພັດທະນາ ແລະ ຄວາມປອດໄພ; ຍຶດໝັ້ນພະລັງທີ່ສ້າງສັນເປັນຄວາມຮຽກຮ້ອງຕ້ອງການໂດຍລວມ, ການຄຸ້ມຄອງໃຫ້ດີແມ່ນວຽກສຳຄັນກວ່າໝູ່, ໃຊ້ງານໄດ້ດີແມ່ນຄວາມສາມາດທີ່ແທ້ຈິງ; ຍຶດໝັ້ນສ້າງຮົ້ວປ້ອງກັນຄວາມປອດໄພທາງອິນເຕີເນັດແຫ່ງຊາດໃຫ້ໝັ້ນແກ່ນ; ຍຶດໝັ້ນຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳທາງດ້ານພື້ນທີ່ອິນເຕີເນັດ; ຍຶດໝັ້ນສ້າງຖັນແຖວພະນັກງານດ້ານວຽກງານການຫັນເປັນຂໍ້ມູນຂ່າວສານ ແລະ ຄວາມປອດໄພທາງອິນເຕີເນັດ, ສຸມກຳລັງຊຸກຍູ້ໃຫ້ວຽກງານການຫັນເປັນຂໍ້ມູນຂ່າວສານ ແລະ ຄວາມປອດໄພທາງອິນເຕີເນັດມີການພັດທະນາດ້ວຍຄຸນະພາບສູງ.

ທ່ານສີຈິ້ນຜິງໃຫ້ຄຳຊີ້ນຳທີ່ສຳຄັນຕໍ່ວຽກງານການຫັນເປັນຂໍ້ມູນຂ່າວສານ ແລະ ຄວາມປອດໄພທາງອິນເຕີເນັດ