ທ່ານສີຈິ້ນຜິງ ປະທານປະເທດຈີນຕ້ອນຮັບອະດີດປະທານາທິບໍດີຟິລິບປິນ
ຕອນບ່າຍວັນທີ 17 ກໍລະກົດນີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງທ່ານໂຣດຣີໂກ ດູເຕີເຕ ອະດີດປະທານາທິບໍດີຟິລິບປິນຢູ່ຫໍຮັບແຂກເມືອງຕ້ຽວຢີຖາຍທີ່ນະຄອນຫຼວງປັກກິ່ງ.
ທ່ານສີຈິ້ນຜິງກ່າວວ່າ: ໃນໄລຍະທ່ານດຳລົງຕຳແໜ່ງປະທານາທິບໍດີຟິລິບປິນ, ທ່ານໄດ້ຕັດສິນໃຈປັບປຸງການພົວພັນຕໍ່ປະເທດຈີນໃຫ້ດີຂຶ້ນຢ່າງເດັດດ່ຽວ ດ້ວຍທ່າທີທີ່ຮັບຜິດຊອບຕໍ່ປະຊາຊົນກໍຄືຮັບຜິດຊອບຕໍ່ປະຫວັດສາດ, ການພົວພັນຈີນ-ຟິລິບປິນຈຶ່ງໄດ້ກັບຄືນສູ່ຄວາມເປັນປົກກະຕິ ແລະ ມີການພັດທະນາຢ່າງຟົດຟື້ນ ເຊິ່ງໄດ້ປະກອບສ່ວນອັນສຳຄັນເຂົ້າໃນການໄປມາຫາສູ່ກັນຢ່າງມີໄມຕີຈິດມິດຕະພາບລະຫວ່າງສອງປະເທດ. ຈີນ ແລະ ຟິລິບປິນແມ່ນປະເທດພວມພັດທະນາຂອງອາຊີ, ການພັດທະນາຂອງສອງປະເທດມີພື້ນຖານຢູ່ກັບສະພາບແວດລ້ອມອ້ອມຂ້າງທີ່ມີມິດຕະພາບຖານບ້ານໃກ້ເຮືອນຄຽງ, ມີພື້ນຖານຢູ່ກັບວົງຄະນາຍາດອາຊີທີ່ຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດ. ຈີນປະຕິບັດແນວຄິດການຕ່າງປະເທດຕໍ່ປະເທດອ້ອມຂ້າງທີ່ເປັນເພື່ອນມິດທີ່ມີຄວາມສະໜິດສະໜົມກັນ, ມີ ຄວາມຈົງໃຈຕໍ່ກັນ, ໃຫ້ຜົນປະໂຫຍດແກ່ກັນແລະມີຄວາມໂອບເອື້ອອາລີເຊິ່ງກັນແລະກັນ, ເວລາໃດກໍຍຶດໝັ້ນໄມຕີຈິດຕໍ່ປະເທດໃກ້ຄຽງ ແລະ ຖືປະເທດໃກ້ຄຽງເປັນເພື່ອນ. ຈີນໃຫ້ຄວາມສຳຄັນຕໍ່ການພົວພັນຈີນ-ຟິລິບປິນຢ່າງສະເໝີຕົ້ນສະເໝີປາຍ, ຍິນດີຮ່ວມກັບຟິລິບປິນ ຊຸກຍູ້ໃຫ້ການພົວພັນລະຫວ່າງສອງປະເທດກ້າວໄກຢ່າງໝັ້ນທ່ຽງ. ຫວັງວ່າທ່ານຈະສືບຕໍ່ເສີມຂະຫຍາຍບົດບາດອັນສຳຄັນເພື່ອການຮ່ວມມືແລະມິດຕະພາບລະຫວ່າງສອງຊາດ.
ທ່ານໂຣດຣີໂກ ດູເຕີເຕ ກ່າວວ່າ: ຂອບໃຈຈີນທີ່ໄດ້ໃຫ້ການສະໜັບສະໜູນອັນລ້ຳຄ່າຕໍ່ການພັດທະນາເສດຖະກິດສັງຄົມຂອງຟິລິບປິນ ໂດຍສະເພາະແມ່ນໄດ້ຊ່ວຍເຫຼືອຟິລິບປິນຕ້ານກັບພະຍາດໂຄວິດ-19ຢ່າງເອື້ອເຟື້ອເຜື່ອແຜ່. ການຂະຫຍາຍສາຍພົວພັນມິດຕະພາບຟິລິບປິນ-ຈີນ ສອດຄ່ອງກັບຜົນປະໂຫຍດຂອງປະຊາຊົນສອງຊາດ ທັງແມ່ນຄວາມປາຖະໜາຂອງປະຊາຊົນຟິລິບປິນສ່ວນໃຫຍ່. ຂ້າພະເຈົ້າຍິນດີສືບຕໍ່ເສີມຂະຫຍາຍບົດບາດໃນການຊຸກຍູ້ມິດຕະພາບຟິລິບປິນ-ຈີນຂະຫຍາຍໄປຂ້າງໜ້າ.