ທ່ານສີຈິ້ງຜິງ ກ່າວເນັ້ນໃນກອງປະຊຸມໃຫຍ່ການອະນຸລັກສິ່ງແວດລ້ອມນິເວດທົ່ວປະເທດຈີນວ່າ: ຊຸກຍູ້ການສ້າງປະເທດຈີນທີ່ສວຍງາມຢ່າງຮອບດ້ານ

2023-07-19 17:10:12
ມາຈາກ:CRI

ໃນວັນທີ 17 ຫາວັນທີ 18 ກໍລະກົດນີ້, ກອງປະຊຸມໃຫຍ່ການອະນຸລັກສິ່ງແວດລ້ອມນິເວດທົ່ວປະເທດຈີນໄດ້ໄຂຂຶ້ນຢູ່ນະຄອນຫຼວງປັກກິ່ງ.ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ, ປະທານປະເທດຈີນ, ປະທານຄະນະກຳມະການການທະຫານສູນກາງຈີນໄດ້ເຂົ້າຮ່ວມກອງປະຊຸມແລະກ່າວຄຳປາໄສທີ່ສຳຄັນໂດຍເນັ້ນໜັກວ່າ: ໃນ 5 ປີຕໍ່ໜ້ານີ້ແມ່ນໄລຍະທີ່ສຳຄັນຂອງການສ້າງປະເທດຈີນທີ່ສວຍງາມ, ຕ້ອງຖືສິ່ງແວດລ້ອມນິເວດທີ່ມີຄຸນນະພາບສູງຄ້ຳຊູການພັດທະນາດ້ວຍຄຸນນະພາບສູງ, ເລັ່ງຊຸກຍູ້ຂະບວນການຫັນເປັນທັນສະໄໝທີ່ຄົນກັບທຳມະຊາດຢູ່ຮ່ວມກັນຢ່າງກົມກຽວ.

ທ່ານສີຈິ້ງຜິງ ກ່າວເນັ້ນໃນກອງປະຊຸມໃຫຍ່ການອະນຸລັກສິ່ງແວດລ້ອມນິເວດທົ່ວປະເທດຈີນວ່າ: ຊຸກຍູ້ການສ້າງປະເທດຈີນທີ່ສວຍງາມຢ່າງຮອບດ້ານ