ທ່ານສີຈິ້ນຜິງ ປະທານປະເທດຈີນເນັ້ນໜັກໃຫ້ເພີ່ມທະວີການອະນຸລັກດິນປູກຝັງຢ່າງແທ້ຈິງ
ຕອນບ່າຍວັນທີ 20 ກໍລະກົດນີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ, ປະທານປະເທດຈີນ, ຫົວໜ້າຄະນະກຳມະການເສດຖະກິດການເງິນສູນກາງພັກຄອມມູນິດຈີນ ໄດ້ເປັນປະທານຈັດກອງປະຊຸມເທື່ອທີສອງຂອງຄະນະກຳມະການເສດຖະກິດການເງິນສູນກາງ ເພື່ອຄົ້ນຄວ້າບັນຫາກ່ຽວກັບການເພີ່ມທະວີການອະນຸລັກດິນປູກຝັງ, ການປົວແປງ ແລະ ນຳໃຊ້ດິນເຄັມແບບສັງລວມ ແລະ ບັນຫາອື່ນໆ. ທ່ານສີຈິ້ນຜິງ ໄດ້ກ່າວຄຳປາໄສທີ່ສຳຄັນໃນກອງປະຊຸມ ໂດຍເນັ້ນໜັກວ່າ: ຄວາມໝັ້ນຄົງດ້ານສະບຽງອາຫານແມ່ນສິ່ງສຳຄັນຂອງປະເທດຊາດ, ດິນປູກຝັງແມ່ນເສັ້ນຊີວິດຂອງການຜະລິດທັນຍາຫານ, ຕ້ອງຈັດຕັ້ງປະຕິບັດຍຸດທະສາດໃນການຜະລິດທັນຍາຫານໂດຍອາໄສດິນປູກຝັງ ແລະ ວິທະຍາສາດເຕັກນິກ, ເພີ່ມທະວີການອະນຸລັກດິນປູກຝັງຢ່າງແທ້ຈິງ, ອອກແຮງຍົກສູງຄຸນນະພາບຂອງດິນປູກຝັງຢ່າງເຕັມຄວາມສາມາດ, ຂຸດຄົ້ນກຳລັງບົ່ມຊ້ອນດ້ານການນຳໃຊ້ດິນເຄັມແບບສັງລວມ, ເປີດກວ້າງຊ່ອງທາງການຜະລິດກະສິກຳຢ່າງໝັ້ນທ່ຽງ ແລະ ຍົກສູງຄວາມສາມາດສັງລວມດ້ານການຜະລິດກະສິກຳ.