ປະທານາທິບໍດີສີລັງກາຕ້ອນຮັບເລຂາຄະນະພັກກຳແພງນະຄອນຈຸ່ງກິ່ງສປຈີນ
ວັນທີ22ກໍລະກົດນີ້, ທ່ານຣານີວ ວິກຣາມາຊິງຮາ ຜູ້ນຳພັກປະຊາຊົນເອກະພາບສີລັງກາ ປະທານາທິບໍດີສີລັງກາໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງທ່ານຢວນເຈ່ຍຈວິ່ນ ກຳມະການກົມການເມືອງສູນກາງພັກຄອມມູນິດຈີນ ເລຂາຄະນະພັກກຳແພງນະຄອນຈຸ່ງກິ່ງ ສປ ຈີນຢູ່ທີ່ທຳນຽບປະທານາທິບໍດີ.
ໂອກາດດັ່ງກ່າວ, ທ່ານຢວນເຈ່ຍຈວິ່ນກ່າວຢືນຢັນວ່າ ຝ່າຍຈີນຍິນດີຮ່ວມມື ກັບຝ່າຍສີລັງກາໃນລະດັບຕ່າງໆເພື່ອພະຍາຍາມຊຸກຍູ້ສາຍພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດໃຫ້ຂະຫຍາຍຕົວຂຶ້ນສູ່ລະດັບໃໝ່. ກຳແພງນະຄອນຈຸ່ງກິ່ງຍິນດີຮ່ວມກັບສີລັງກາເພີ່ມທະວີການຮ່ວມມືດ້ານແລວທາງໃໝ່ທາງບົກທາງທະເລ ເພື່ອຮ່ວມກັນຊຸກຍູ້ເສດຖະກິດສັງຄົມຂອງສອງຝ່າຍພັດທະນາດ້ວຍຄຸນນະພາບສູງໃຫ້ເກີດມີປະສິດທິຜົນຫຼາຍກວ່າເກົ່າ.
ທ່ານວິກຣາມາຊິງຮາກ່າວຢືນຢັນວ່າ ຍິນດີຮ່ວມກັບຝ່າຍຈີນເພີ່ມທະວີການຮ່ວມມືຕົວຈິງຢ່າງຮອບດ້ານເພື່ອຊຸກຍູ້ການຮ່ວມກັນສ້າງ “ໜຶ່ງແລວ ໜຶ່ງເສັ້ນທາງ”ດ້ວຍຄຸນນະພາບສູງ.
ໂດຍຕອບສະໜອງຕາມຄຳເຊີນຂອງພັກແນວໂຮມປະຊາຊົນສີລັງກາ, ທ່ານຢວນເຈ່ຍຈວິ່ນໄດ້ນຳພາຄະນະຜູ້ແທນພັກຄອມມູນິດຈີນຢ້ຽມຢາມສີລັງກາໃນລະຫວ່າງວັນທີ 19-23 ກໍລະກົດນີ້.