ທ່ານ ສີຈິ້ນຜິງ ຈະເຂົ້າຮ່ວມພິທີໄຂງານກິລານັກສຶກສາໂລກລະດູຮ້ອນຄັ້ງທີ 31

2023-07-27 18:23:00
ມາຈາກ:CRI

ພິທີໄຂງານກິລານັກສຶກສາໂລກລະດູຮ້ອນຄັ້ງທີ 31 ຈະຈັດຂຶ້ນຢູ່ນະຄອນເສີງຕູ່ແຂວງເສສວນຈີນໃນຕອນຄ່ຳວັນທີ 28 ກໍລະກົດນີ້. ທ່ານ ສີຈິ້ນຜິງ ປະທານປະເທດຈີນຈະເຂົ້າຮ່ວມພິທີໄຂງານແລະກ່າວໄຂງານກິລາຄັ້ງນີ້.

ຮອດເວລານັ້ນ, ວິທະຍຸໂທລະພາບສູນກາງຈີນຫຼື CMG ຈະຖ່າຍທອດສົດບັນຍາກາດຂອງງານ,ເວັບໄຊຊິນຮວາຈະຖ່າຍທອດສົດຜ່ານການລາຍງານຂ່າວແລະຮູບພາບ.

ທ່ານ ສີຈິ້ນຜິງ ຈະເຂົ້າຮ່ວມພິທີໄຂງານກິລານັກສຶກສາໂລກລະດູຮ້ອນຄັ້ງທີ 31