ທ່ານສີຈິ້ນຜິງພົບປະກັບປະທານາທິບໍດີອິນໂດເນເຊຍ

2023-07-28 18:52:18
ມາຈາກ:CRI

ໃນຕອນບ່າຍວັນທີ 27 ກໍລະກົດນີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ພົບປະທ່ານໂຈໂກ ວິໂດໂດ ປະທານາທິບໍດີອິນໂດເນເຊຍທີ່ມາເຂົ້າຮ່ວມພິທີເປີດງານກິລານັກສຶກສາໂລກລະດູຮ້ອນຄັ້ງທີ 31 ພ້ອມທັງຢ້ຽມຢາມຈີນຢູ່ນະຄອນເສີງຕູ່ແຂວງເສສວນຈີນ.

ທ່ານສີຈິ້ນຜິງກ່າວວ່າ: ແນວຄິດຂອງຈີນ ແລະອິນໂດເນເຊຍມີຄວາມເຂົ້າໃຈກັນລະດັບສູງ ແລະເປັນກາລະໂອກາດການພັດທະນາຂອງກັນ ແລະກັນ. ຈີນຍິນດີຖືການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານລະຫວ່າງສອງປະເທດສ້າງຕັ້ງຂຶ້ນຄົບຮອບ 10 ປີໃນປີນີ້ເປັນໂອກາດ, ລົງເລິກການຮ່ວມມືດ້ານຍຸດທະສາດກັບອິນໂດເນເຊຍ, ສ້າງແບບຢ່າງທີ່ດີຂອງປະເທດພວມພັດທະນາທີ່ຮ່ວມຊາຕາກຳ, ມີຄວາມສາມັກຄີ ແລະການຮ່ວມມື, ຊຸກຍູ້ການພັດທະນາຮ່ວມກັນ.

ທ່ານໂຈໂກ ວິໂດໂດກ່າວວ່າ: ອິນໂດເນເຊຍເດັດດ່ຽວປະຕິບັດນະໂຍບາຍປະເທດຈີນດຽວ, ຍິນດີຮ່ວມກັບຈີນສືບຕໍ່ເພີ່ມທະວີການຮ່ວມມືໃນຂົງເຂດຕ່າງໆ ເຊັ່ນ: ການລົງທຶນ, ການປະມົງທາງທະເລ, ຄວາມປອດໄພດ້ານສະບຽງອາຫານ, ສາທາລະນະສຸກ ແລະອື່ນໆ, ຊຸກຍູ້ການຂະຫຍາຍການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານລະຫວ່າງສອງປະເທດຂຶ້ນສູ່ລະດັບໃໝ່.

ທ່ານສີຈິ້ນຜິງພົບປະກັບປະທານາທິບໍດີອິນໂດເນເຊຍ