ທ່ານສີຈິ້ນຜິງສົ່ງສານອວຍພອນເຖິງກິດຈະກຳສະຫຼອງການກໍ່ສ້າງແລວເສດຖະກິດຈີນ-ປາກິດສະຖານຄົບຮອບ 10 ປີ

2023-08-01 16:06:18
ມາຈາກ:CRI

ວັນທີ 31 ກໍລະກົດແລ້ວນີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ສົ່ງສານອວຍພອນເຖິງກິດຈະກຳສະຫຼອງການກໍ່ສ້າງແລວເສດຖະກິດຈີນ-ປາກິດສະຖານຄົບຮອບ 10 ປີທີ່ຈັດຂຶ້ນຢູ່ນະຄອນຫຼວງອິສລາມາບັດຂອງປາກິດສະຖານ.

ເນື້ອໃນສານອວຍພອນຂອງທ່ານສີຈິ້ນຜິງຊີ້ອອກວ່າ: ແລວເສດຖະກິດຈີນ-ປາກິດສະຖານເປັນໂຄງການປະຕິບັດກ່ອນ ແລະ ທົດລອງກ່ອນຂອງ “ໜຶ່ງແລ້ວໜຶ່ງເສັ້ນທາງ”. ນັບແຕ່ກໍ່ສ້າງໃນປີ 2013 ເປັນຕົ້ນມາ, ສອງປະເທດໄດ້ຊຸກຍູ້ການກໍ່ສ້າງແລວເສດຖະກິດດັ່ງກ່າວໂດຍອີງຕາມຫຼັກການທີ່ພ້ອມກັນຫາລື ພ້ອມກັນກໍ່ສ້າງ ແລະ ພ້ອມກັນຊົມໃຊ້, ໄດ້ຮັບຜົນງານໄລຍະເບື້ອງຕົ້ນຈຳນວນໜຶ່ງ ໂດຍໄດ້ເພີ່ມພະລັງແຮງຕໍ່ການພັດທະນາເສດຖະກິດສັງຄົມຂອງປາກິດສະຖານ ແລະ ສ້າງພື້ນຖານທີ່ດີງາມເພື່ອໃຫ້ພາກພື້ນເຊື່ອມຈອດກັນ ແລະ ເຊື່ອມໂຍງເຂົ້າກັນ. ແລວເສດຖະກິດຈີນ-ປາກິດສະຖານໄດ້ອະທິບາຍມິດຕະພາບຮອບດ້ານລະຫວ່າງຈີນ ກັບ ປາກິດສະຖານຢ່າງມີຊີວິດຊີວາ,ໄດ້ສະໜອງການຄ້ຳຊູອັນສຳຄັນເພື່ອໃຫ້ສອງປະເທດກໍ່ສ້າງປະຊາຄົມຮ່ວມຊາຕາກຳຈີນ-ປາກິດສະຖານທີ່ແໜ້ນແຟ້ນກວ່າເກົ່າໃນຍຸກໃໝ່.

ເນື້ອໃນສານອວຍພອນຂອງທ່ານສີຈີ້ນຜິງເນັ້ນໜັກວ່າ: ຈ້ອງມອງເບິ່ງອະນາຄົດ,ຈີນຍິນດີພ້ອມກັບປາກິດສະຖານ, ຍຶດໝັ້ນເປົ້າໝາຍທີ່ມີມາດຖານໃນລະດັບສູງ, ແບບຍືນຍົງ ແລະ ສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນ, ປັບປຸງການຈັດແຜນການໃຫ້ສົມບູນຂຶ້ນ, ເປີດກວ້າງ ແລະ ລົງເລິກການຮ່ວມມື, ກໍ່ສ້າງແລວເສດຖະກິດຈີນ-ປາກິດສະຖານເປັນໂຄງການຕົວແບບຂອງການພ້ອມກັນສ້າງ “ໜຶ່ງແລ້ວໜຶ່ງເສັ້ນທາງ” ທີ່ມີຄຸນະພາບສູງຕື່ມອີກ.

ທ່ານສີຈິ້ນຜິງສົ່ງສານອວຍພອນເຖິງກິດຈະກຳສະຫຼອງການກໍ່ສ້າງແລວເສດຖະກິດຈີນ-ປາກິດສະຖານຄົບຮອບ 10 ປີ