ທ່ານສີຈິ້ນຜິງສົ່ງສານສະແດງຄວາມເຫັນໃຈເຖິງປະທານາທິບໍດີປາກິດສະຖານຕໍ່ເຫດການໂຈມຕີດ້ວຍລະເບີດແບບສະຫຼະຊີບທີ່ເກີດຂຶ້ນຢູ່ປາກິດສະຖານ

2023-08-02 16:45:46
ມາຈາກ:CRI

ວັນທີ 1 ສິງຫານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ສົ່ງສານສະແດງຄວາມເຫັນໃຈເຖິງທ່ານອາຣີຟ ອານວີ ປະທານາທິບໍດີປາກິດສະຖານຕໍ່ເຫດການໂຈມຕີດ້ວຍລະເບີດແບບສະຫຼະຊີບທີ່ເກີດຂຶ້ນຢູ່ປາກິດສະຖານ.

ເນື້ອໃນສານສະແດງຄວາມເຫັນໃຈຂອງທ່ານສີຈິ້ນຜິງລະບຸວ່າ: ຮູ້ສຶກຕື່ນຕົກໃຈທີ່ໄດ້ຮູ້ຂ່າວວ່າຢູ່ແຂວງຄີເບີ ປັກຕູນຄວາຂອງປາກິດສະຖານເກີດເຫດລະເບີດແບບສະຫຼະຊີບ, ເຮັດໃຫມີຄົນເສຍຊີວິດ ແລະ ບາດເຈັບຢ່າງຫຼວງຫຼາຍ. ຂ້າພະເຈົ້າຂໍຕາງໜ້າລັດຖະບານ ແລະ ປະຊາຊົນຈີນ, ສະແດງຄວາມໄວ້ອາໄລຢ່າງສຸດຊຶ້ງຕໍ່ຜູ້ເສຍຊີວິດ, ສະແດງຄວາມຢື້ຢາມຖາມຂ່າວຢ່າງຈິງໃຈຕໍ່ຍາດພີ່ນ້ອງຂອງຜູ້ເສຍຊີວິດ ແລະ ໄດ້ຮັບບາດເຈັບຈາກເຫດການຄັ້ງນີ້.

ທ່ານສີຈິ້ນຜິງສົ່ງສານສະແດງຄວາມເຫັນໃຈເຖິງປະທານາທິບໍດີປາກິດສະຖານຕໍ່ເຫດການໂຈມຕີດ້ວຍລະເບີດແບບສະຫຼະຊີບທີ່ເກີດຂຶ້ນຢູ່ປາກິດສະຖານ