ທ່ານສີຈິ້ນຜິງຕອບຄືນຈົດໝາຍຂອງ “ສະມາຄົມການແລກປ່ຽນລະຫວ່າງຊາວໜຸ່ມເຍົາວະຊົນອາເມຣິກາ-ຈີນ” ແລະຜູ້ເປັນມິດຈາກວົງການຕ່າງໆຂອງລັດວໍຊິງຕັນ

2023-08-21 18:00:05
ມາຈາກ:CRI

ເມື່ອບໍ່ດົນມານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ຕອບຄືນຈົດໝາຍຂອງ “ສະມາຄົມການແລກປ່ຽນລະຫວ່າງຊາວໜຸ່ມເຍົາວະຊົນອາເມຣິກາ-ຈີນ” ແລະຜູ້ເປັນມິດຈາກວົງການຕ່າງໆຂອງລັດວໍຊິງຕັນ.

ເນື້ອໃນຈົດໝາຍຂອງທ່ານສີຈິ້ນຜິງໄດ້ສະແດງຄວາມຂອບໃຈຕໍ່ “ສະມາຄົມການແລກປ່ຽນລະຫວ່າງຊາວໜຸ່ມເຍົາວະຊົນອາເມຣິກາ-ຈີນ” ແລະຜູ້ເປັນມິດຈາກວົງການຕ່າງໆຂອງລັດວໍຊິງຕັນອາເມຣິກາທີ່ໄດ້ສະແດງຄວາມຊົມເຊີຍທີ່ດີໃຫ້ກັບການຈັດງານກິລາມະຫາວິທະຍາໄລໂລກ ແລະເອຊຽນເກມຂອງຈີນ. ຫວັງວ່າ: ມີຊາວໜຸ່ມຈີນ ແລະອາເມຣິກາຫຼາຍກວ່າເກົ່າຈະຮູ້ຈັກກັນ ແລະຈັບມືກັນ, ກາຍເປັນທູດຮຸ່ນໃໝ່ແຫ່ງມິດຕະພາບລະຫວ່າງສອງປະເທດ, ສ້າງກຳລັງແຮງເຂົ້າສູ່ການພັດທະນາການພົວພັນຈີນ-ອາເມຣິກາ.

ຫວ່າງບໍ່ດົນມານີ້, “ສະມາຄົມການແລກປ່ຽນລະຫວ່າງຊາວໜຸ່ມເຍົາວະຊົນອາເມຣິກາ-ຈີນ” ແລະຜູ້ເປັນມິດຈາກວົງການຕ່າງໆຂອງລັດວໍຊິງຕັນອາເມຣິກາໄດ້ສົ່ງຈົດໝາຍໃຫ້ທ່ານສີຈິ້ນຜິງ, ອວຍພອນຈີນຈັດງານກິລາມະຫາວິທະຍາໄລໂລກ ແລະເອຊຽນເກມຢ່າງຈົບງາມ ພ້ອມທັງຫວັງວ່າຈະສຸມກຳລັງເຂົ້າໃນການເພີ່ມທະວີການຮ່ວມມື ແລະການແລກປ່ຽນດ້ານວັດທະນະທຳລະຫວ່າງຊາວໜຸ່ມຈີນ ແລະອາເມຣິກາຢ່າງບໍ່ຢຸດຢັ້ງ.

ທ່ານສີຈິ້ນຜິງຕອບຄືນຈົດໝາຍຂອງ “ສະມາຄົມການແລກປ່ຽນລະຫວ່າງຊາວໜຸ່ມເຍົາວະຊົນອາເມຣິກາ-ຈີນ” ແລະຜູ້ເປັນມິດຈາກວົງການຕ່າງໆຂອງລັດວໍຊິງຕັນ