ທ່ານສີຈິ້ນຜິງ ກ່າວຄຳປາໄສໃນພິທີປິດເວທີເປິກສາຫາລືອຸດສາຫະກຳການຄ້າປະເທດບຣິກສ໌

2023-08-23 16:44:26
ມາຈາກ:CRI

ຕອນບ່າຍວັນທີ 22 ສິງຫານີ້ຕາມເວລາທ້ອງຖິ່ນ, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ກ່າວຄຳປາໄສທີ່ມີຫົວຂໍ້ວ່າ “ລົງເລິກຄວາມສາມັກຄີແລະການຮ່ວມມື ຮັບມືກັບຄວາມສ່ຽງແລະສິ່ງທ້າທາຍ ຮ່ວມກັນສ້າງໂລກທີ່ດີງາມກວ່າເກົ່າ” ໃນພິທີປິດເວທີເປິກສາຫາລືອຸດສາຫະກຳການຄ້າປະເທດບຣິກສ໌ ທີ່ນະຄອນໂຈຮັນເນັສເບີກ.

ທ່ານສີຈິ້ນຜິງກ່າວເນັ້ນວ່າ, ໂລກປັດຈຸບັນ ແມ່ນປະຊາຄົມຮ່ວມຊາຕາກຳທີ່ຝ່າຍໜຶ່ງຈະເລີນ, ຝ່າຍອື່ນຈະຈະເລີນນຳກັນ, ຝ່າຍໜຶ່ງເສຍ, ຝ່າຍອື່ນໆກໍຈະເສຍເຊັ່ນດຽວກັນ. ສິ່ງທີ່ປະຊາຊົນປະເທດຕ່າງໆປາດຖະໜານັ້ນ, ບໍ່ແມ່ນ “ສົງຄາມເຢັນໃໝ່” ແລະບໍ່ແມ່ນ “ວົງແຄບ”, ແຕ່ຫາກແມ່ນໂລກທີ່ມີສັນຕິພາບຍາວນານ, ແລະມີຄວາມໝັ້ນຄົງທົ່ວໄປ, ແມ່ນໂລກທີ່ຈະເລີນຮ່ວມກັນ, ໂອບເອື້ອອາລີ, ສະອາດແລະສວຍງາມ. ນີ້ແມ່ນຕັກກະສາດແຫ່ງຄວາມກ້າວໄປຂ້າງໜ້າຂອງປະຫວັດສາດ ແມ່ນກະແສຟອງແຫ່ງການພັດທະນາຂອງຍຸກສະໄໝ.

ພວກເຮົາຕ້ອງຊຸກຍູ້ການພັດທະນາແລະຄວາມຈະເລີນຮຸ່ງເຮືອງໄປພ້ອມກັນ, ພະຍາຍາມໃຫ້ບັນລຸຄວາມໝັ້ນຄົງທົ່ວໄປ, ຍຶດໝັ້ນການແລກປ່ຽນແລະຖອດຖອນບົດຮຽນລະຫວ່າງອະລິຍະທຳຕ່າງໆ. ບໍ່ວ່າຈະປະສົບກັບສິ່ງກີດຂວາງຫຼາຍປານໃດ, ປະເທດບຣິກສ໌ ທີ່ເປັນກຳລັງທີ່ມີຄວາມຕັ້ງໜ້າ, ໝັ້ນທ່ຽງແລະມີຄວາມເມດຕານີ້ ກໍຈະພັດທະນາໄປຢ່າງມີຊີວິດຊີວາ. 20 ກວ່າປະເທດກຳລັງເຄາະປະຕູບຣິກສ໌, ຈີນຍິນດີຕ້ອນຮັບເພື່ອນມິດທັງຫຼາຍເຂົ້າຮ່ວມກົນໄກຮ່ວມມືບຣິກສ໌ຢ່າງຈິງໃຈ!

ທ່ານສີຈິ້ນຜິງ ກ່າວຄຳປາໄສໃນພິທີປິດເວທີເປິກສາຫາລືອຸດສາຫະກຳການຄ້າປະເທດບຣິກສ໌