ທ່ານສີຈິ້ນຜິງ ແລະ ປະທານາທິບໍດີອາຟຣິກາໃຕ້ຮ່ວມກັນໃຫ້ສຳພາດຕໍ່ນັກຂ່າວ

2023-08-23 16:47:58
ມາຈາກ:CRI

ຕອນທ່ຽງວັນທີ 22 ສິງຫານີ້ຕາມເວລາທ້ອງຖິ່ນ, ທ່ານສີຈິ້ນຜິງ ປະທານປະເທດຈີນ ແລະ ທ່ານຣາມາໂຟຊາ ປະທານາທິບໍດີອາຟຣິກາໃຕ້ພົບປະເຈລະຈາກັນຢູ່ທຳນຽບປະທານາທິບໍດີທີ່ນະຄອນຫຼວງເປຣໂຕເຣຍ, ຫຼັງຈາກນັ້ນໄດ້ຮ່ວມກັນໃຫ້ສຳພາດຕໍ່ນັກຂ່າວ.

ທ່ານສີຈິ້ນຜິງກ່າວວ່າ, ສອງປະເທດຈີນ-ອາຟຣິກາໃຕ້ຄວນເປັນຄູ່ຮ່ວມຍຸດທະສາດທີ່ໄວ້ເນື້ອເຊື່ອໃຈກັນໃນລະດັບສູງ. ພວກເຮົາຄວນຮັກສາທ່ວງທ່າທີ່ດີໃນການໄປມາຫາສູ່ກັນລະຫວ່າງການນຳຂັ້ນສູງ, ເພີ່ມທະວີການແລກປ່ຽນ ແລະ ການຮ່ວມມືໃນຂົງເຂດຕ່າງໆ, ສືບຕໍ່ລົງເລິກຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ເພີ່ມທະວີການແລກປ່ຽນບົດຮຽນດ້ານການປົກຄອງບໍລິຫານປະເທດ, ສືບຕໍ່ສະໜັບສະໜູນເຊິ່ງກັນ ແລະ ກັນໃນບັນຫາທີ່ພົວພັນເຖິງຜົນປະໂຫຍດແກນກາງ ແລະ ບັນຫາສຳຄັນທີ່ເປັນຫ່ວງເປັນໃຍຂອງກັນ ແລະ ກັນ. ພວກເຮົາເຫັນດີເປັນເອກະພາບກັນວ່າ, ການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະ ຕິດແທດຕົວຈິງລະຫວ່າງຈີນ-ອາຟຣິກາໃຕ້ໄດ້ຮັບໝາກຜົນຢ່າງອຸດົມສົມບູນ, ສອງຝ່າຍຄວນເປັນຄູ່ຮ່ວມພັດທະນາທີ່ກ້າວໄປໜ້າພ້ອມກັນ. ພວກເຮົາລ້ວນແຕ່ໃຫ້ຄວາມສຳຄັນເປັນຢ່າງສູງຕໍ່ການເຊື່ອມສານຈິດໃຈປະຊາຊົນ, ມີຈຸດຢືນທີ່ໃຫ້ສອງຝ່າຍເປັນຄູ່ຮ່ວມມິດຕະພາບທີ່ເຂົ້າໃຈກັນ ແລະ ສະໜິດສະໜົມກັນ. ພວກເຮົາມີຄວາມເຫັນເປັນເອກະພາບກັນວ່າ, ຈີນ ແລະ ອາຟຣິກາໃຕ້ລ້ວນແຕ່ເປັນປະເທດໃຫຍ່ທີ່ພວມພັດທະນາ ແລະ ປະເທດຕະຫຼາດຈະເລີນໃໝ່ທີ່ມີບົດບາດສຳຄັນ, ສອງຝ່າຍຄວນເປັນຄູ່ຮ່ວມຢູ່ໃນໂລກທີ່ປົກປັກຮັກສາຄວາມເປັນທຳ.

ທ່ານຣາມາໂຟຊາກ່າວວ່າ, ປະຊາຊົນອາຟຣິກາໃຕ້ຂອບໃຈຢ່າງສຸດໃຈຕໍ່ລັດຖະບານ ແລະ ປະຊາຊົນຈີນທີ່ໃຫ້ການສະໜັບສະໜູນອັນລ້ຳຄ່າແກ່ພາລະກິດຕໍ່ສູ້ຕ້ານການຈຳແນກເຊື້ອຊາດຜິວພັນ ແລະ ພາລະກິດພັດທະນາແຫ່ງຊາດຂອງອາຟຣິກາໃຕ້, ທັງໄດ້ຊ່ວຍເຫຼືອອຸປະກອນການແພດຢ່າງຫຼວງຫຼາຍໃຫ້ແກ່ອາຟຣິກາໃຕ້ໃນການຕ້ານພະຍາດໂຄວິດ-19. ຂ້າພະເຈົ້າ ແລະ ທ່ານປະທານສີຈິ້ນຜິງຂໍກ່າວຢ້ຳຄືນວ່າ, ຈະສືບຕໍ່ສະໜັບສະໜູນເຊິ່ງກັນແລະກັນຢ່າງເດັດດ່ຽວໃນບັນຫາທີ່ພົວພັນເຖິງຜົນປະໂຫຍດແກນກາງ ແລະ ບັນຫາສຳຄັນທີ່ເປັນຫ່ວງເປັນໃຍຂອງກັນ ແລະ ກັນ. ພວກເຮົາເຫັນດີນຳກັນວ່າ, ຈະລົງເລິກການຮ່ວມມືດ້ານການຄ້າ ແລະ ການລົງທຶນລະຫວ່າງສອງຝ່າຍ, ເປີດກວ້າງການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດໃນຂົງເຂດພື້ນຖານໂຄງລ່າງ, ການທ່ອງທ່ຽວ, ການສຶກສາ, ເສດຖະກິດດີຈີຕອນ ແລະອື່ນໆຕື່ມອີກ, ເພີ່ມທະວີການປະສານງານສາກົນກ່ຽວກັບບັນຫາສາກົນ ແລະ ບັນຫາພາກພື້ນທີ່ສຳຄັນ.

ທ່ານສີຈິ້ນຜິງ ແລະ ປະທານາທິບໍດີອາຟຣິກາໃຕ້ຮ່ວມກັນໃຫ້ສຳພາດຕໍ່ນັກຂ່າວ