ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ຮັບຫຼຽນໄຊອາຟຣິກາໃຕ້ທີ່ເປັນກຽດຕິ​ຍົດສູງສຸດຂອງອາຟຣິກາໃຕ້

2023-08-23 16:49:37
ມາຈາກ:CRI

ຕອນເຊົ້າວັນທີ 22 ສິງຫານີ້ຕາມເວລາທ້ອງຖິ່ນ, ທ່ານສີຈິ້ນຜິງ ປະທານປະເທດຈີນທີ່ພວມຢ້ຽມຢາມອາຟຣິກາໃຕ້ທາງລັດຖະກິດໄດ້ພົບປະເຈລະຈາກັບທ່ານມາຕາເມລາ ຊີຣີວ ຣາມາໂຟຊາ ປະທານາທິບໍດີອາຟຣິກາໃຕ້ຢູ່ທຳນຽບປະທານາທິບໍດີທີ່ນະຄອນເປຣໂຕເຣຍ.

ພາຍຫຼັງການພົບປະ, ທ່ານມາຕາເມລາ ຊີຣີວ ຣາມາໂຟຊາ ປະທານາທິບໍດີອາຟຣິກາໃຕ້ໄດ້ມອບ “ຫຼຽນໄຊອາຟຣິກາໃຕ້” ໃຫ້ທ່ານສີຈິ້ນຜິງ ປະທານປະເທດຈີນ ເຊິ່ງເປັນຫຼຽນໄຊລະດັບສູງສຸດແລະກຽດຕິຍົດສູງສຸດທີ່ອາຟຣິກາໃຕ້ມອບໃຫ້ປະມຸກລັດຂອງປະເທດໄມຕີຈິດມິດຕະພາບທີ່ສຳຄັນ.

ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ຮັບຫຼຽນໄຊອາຟຣິກາໃຕ້ທີ່ເປັນກຽດຕິ​ຍົດສູງສຸດຂອງອາຟຣິກາໃຕ້