ທ່ານ ສີຈິ້ນຜິງ ເຂົ້າຮ່ວມການພົບປະລະຫວ່າງຜູ້ນຳບັນດາປະເທດບຣິກສ໌ຄັ້ງທີ 15 ແລະກ່າວຄຳປາໄສທີ່ສຳຄັນ

2023-08-24 17:54:14
ມາຈາກ:CRI

ຕອນເຊົ້າວັນທີ 23 ສິງຫານີ້ຕາມເວລາທ້ອງຖິ່ນ, ການພົບປະລະຫວ່າງຜູ້ນຳບັນດາປະເທດບຣິກສ໌ຄັ້ງທີ 15 ໄດ້ຈັດຂຶ້ນຢູ່ສູນປະຊຸມສາກົນຊານດ໌ຕອນທີ່ນະຄອນໂຈຮັນ ເນັສເບີກຂອງອາຟຣິກາໃຕ້. ທ່ານ ມາຕາເມລາ ຊີຣີວ ຣາມາໂຟຊາ ປະທານາທິບໍດີສາທາລະນະລັດອາຟຣິກາໃຕ້ໄດ້ເປັນປະທານການພົບປະ. ມີທ່ານ ສີຈິ້ນຜິງ ປະທານປະເທດຈີນ, ທ່ານ ລູອິສ ອິນາຊີໂອ ລູລາ ດາຊິນວາ ປະທານາທິບໍດີບຣາຊິນ, ທ່ານ ນາເຣັນດຣາ ໂມດີ ນາຍົກລັດຖະມົນຕີອິນເດຍເຂົ້າຮ່ວມ. ສ່ວນທ່ານ ວະລາດີເມຍ ປູຕິນ ປະທານາທິບໍດີຣັດເຊຍໄດ້ເຂົ້າຮ່ວມການພົບປະຜ່ານທາງອອນລາຍ. ຜູ້ນຳ 5 ປະເທດໄດ້ລົງເລິກແລກປ່ຽນຄວາມເຫັນກ່ຽວກັບການຮ່ວມມືລະຫວ່າງບັນດາປະເທດບຣິກສ໌ກໍຄືບັນຫາສຳຄັນແລະໃຫຍ່ຫຼວງຂອງສາກົນທີີ່ມີຄວາມສົນໃຈຮ່ວມກັນໂດຍປິ່ນອ້ອມຫົວຂໍ້ “ບຣິກສ໌ແລະອາຟຣິກາ:ລົງເລິກການພົວພັນຄູ່ຮ່ວມ,ຊຸກຍູ້ການເຕີບໂຕຂອງກັນແລະກັນ,ບັນລຸການພັດທະນາແບບຍືນຍົງ,ເພີ່ມທະວີລັດທິຫຼາຍຝ່າຍທີ່ມີລັກສະນະໂອບເອື້ອອາລີ” ແລະໄດ້ບັນລຸຄວາມຮັບຮູ້ທີ່ເປັນເອກະພາບກັນຢ່າງກວ້າງຂວາງ.

ທ່ານ ສີຈິ້ນຜິງ ປະທານປະເທດຈີນໄດ້ກ່າວຄຳປາໄສທີ່ສຳຄັນພາຍໃຕ້ຫົວຂໍ້ “ສາມັກຄີແລະປະສານງານກັນເພື່ອສະແຫວງຫາການພັດທະນາ ກ້າແບກຫາບໜ້າທີ່ຄວາມຮັບຜິດຊອບເພື່ອສົ່ງເສີມສັນຕິພາບ” ໂດຍໄດ້ເນັ້ນໜັກໃຫ້ຍຶດໝັ້ນຈິດໃຈບຣິກສ໌ທີ່ມີການເປີດປະຕູແລະໂອບເອື້ອອາລີ,ຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດ,ເພື່ອຮັບມືກັບສິ່ງທ້າທາຍຮ່ວມກັນແລະສ້າງອະນາຄົດທີ່ສວຍສົດງົດງາມດ້ວຍໜ້າທີ່ຄວາມຮັບຜິດຊອບຂອງບຣິກສ໌. ຜູ້ນຳທີ່ເຂົ້າຮ່ວມການພົບປະໄດ້ຕີລາຄາສູງຕໍ່ຄວາມຄືບໜ້າອັນຕັ້ງໜ້າທີ່ໄດ້ຮັບຈາກກົນໄກການຮ່ວມມືບຣິກສ໌.

ທ່ານ ສີຈິ້ນຜິງ ເຂົ້າຮ່ວມການພົບປະລະຫວ່າງຜູ້ນຳບັນດາປະເທດບຣິກສ໌ຄັ້ງທີ 15 ແລະກ່າວຄຳປາໄສທີ່ສຳຄັນ