ທ່ານສີຈິ້ນຜິງພົບປະກັບປະທານປະເທດກູບາ

2023-08-24 17:55:54
ມາຈາກ:CRI

ຕອນບ່າຍວັນທີ23ສິງຫານີ້ຕາມເວລາທ້ອງຖິ່ນ,ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ພົບປະກັບທ່ານມິເກວມາຣິໂອ ດີອາສ ກາເນວ ເບີມູເດັສ ປະທານປະເທດກູບາໃນໄລຍະເຂົ້າຮ່ວມການພົບປະຜູ້ນຳປະເທດບຣິກສທີ່ນະຄອນໂຈຮັນເນັສເບີກຂອງອາຟຣີກາໃຕ້.

ທ່ານສີຈິ້ນຜິງກ່າວວ່າ: ຈີນຍິນດີຮ່ວມກັບກູບາລົງເລິກຄວາມໄວ້ເນື້ອເຊື່ອໃຈກັນທາງດ້ານການເມືອງຢ່າງບໍ່ຢຸດຢັ້ງ,ຂະຫຍາຍການຮ່ວມມືທີ່ຕິດແທດຕົວຈິງ,ປະສານງານທາງຍຸດທະສາດໃຫ້ແໜ້ນແຟ້ນກວ່າເກົ່າ,ຊຸກຍູ້ໃຫ້ການພົວພັນໄມຕີຈິດມິດຕະພາບແບບພິເສດລະຫວ່າງສອງພັກສອງລັດຈີນ-ກູບາໃຫ້ຂະຫຍາຍຕົວໃໝ່ຢ່າງບໍ່ຢຸດຢັັ້ງ. ຈີນເອົາໃຈໃສ່ໃນລະດັບສູງແລະສະໜັບສະໜູນກູບາເປັນເຈົ້າພາບກອງປະຊຸມສຸດຍອດລະຫວ່າງກຸ່ມ77ປະເທດກັບຈີນໃນເດືອນກັນຍາໜ້ານີ້ຢ່າງສຳເລັດຜົນ.

ທ່ານດີອາສ ກາເນວ ເບີມູເດັສກ່າວວ່າ: ຂ້າພະເຈົ້າໄດ້ຢ້ຽມຢາມຈີນທາງລັດຖະກິດຢ່າງສຳເລັດຜົນໃນເດືອນພະຈິກປີ2022, ປັດຈຸບັນ ສອງຝ່າຍກຳລັງຕັ້ງໜ້າຈັດຕັ້ງປະຕິບັດຄວາມຮັບຮູ້ທີ່ເປັນເອກະພາບກັນອັນສຳຄັນທີ່ສອງຝ່າຍກ້າວເຖິງຂັ້ນຕົກລົງກັນ.ກູບາຍິນດີຮ່ວມກັບຈີນລົງເລິກການຮ່ວມມືຮ່ວມກັນສ້າງ“ໜຶ່ງແລວໜຶ່ງເສັ້ນທາງ”,ສ້າງປະຊາຄົມຮ່ວມຊາຕາກຳກູບາ-ຈີນ, ເກາະແຂນກັນເດີນໄປຂ້າງໜ້າຕາມເສັ້ນທາງສ້າງສາສັງຄົມນິຍົມທີ່ມີສີສັນພິເສດຂອງຕົນ.

ທ່ານສີຈິ້ນຜິງພົບປະກັບປະທານປະເທດກູບາ