ທ່ານສີຈິ້ນຜິງພົບປະກັບປະທານາທິບໍດີເຊເນການ

2023-08-24 17:58:44
ມາຈາກ:CRI

ຕອນບ່າຍວັນທີ 23 ສິງຫານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ພົບປະກັບທ່ານມາກີ ຊໍ ປະທານາທິບໍດີເຊເນການໃນໂອກາດເຂົ້າຮ່ວມການພົບປະລະຫວ່າງຜູ້ນຳປະເທດບຣິກສ໌ (BRICS) ຢູ່ນະຄອນໂຈຮັນເນັສເບີກຂອງອາຟິຣກາໃຕ້.

ທ່ານສີຈິ້ນຜິງກ່າວວ່າ: ປະເທດເຊເນການແມ່ນຄູ່ຮ່ວມມືທີ່ສຳຄັນຂອງຈີນຢູ່ອາຟຣິກາ. ໃນຊຸມປີຜ່ານມາ, ພາຍໃຕ້ຄວາມພະຍາຍາມຂອງສອງປະເທດ, ການຮ່ວມມືໃນຂົງເຂດຕ່າງໆລະຫວ່າງຈີນ ແລະເຊເນການໄດ້ຮັບຜົນສຳເລັດຢ່າງຫຼວງຫຼາຍ. ຈີນຍິນດີຮ່ວມກັບເຊເນການເພີ່ມທະວີການສະໜັບສະໜູນເຊິ່ງກັນ ແລະກັນ, ລົງເລິກການຮ່ວມມືໃນຂົງເຂດຕ່າງໆ ເຊັ່ນ: ອຸດສາຫະກຳ, ກະສິກຳ, ການສ້າງພື້ນຖານໂຄງລ່າງ ແລະອື່ນໆ, ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດໃຫ້ພັດທະນາດີຂຶ້ນກວ່າເກົ່າ.

ທ່ານຊໍກ່າວວ່າ: ເຊເນການ ແລະຈີນແມ່ນຄູ່ຮ່ວມຍຸດທະສາດຮອບດ້ານທີ່ມີຄຸນນະພາບສູງ, ສອງຝ່າຍໄດ້ດຳເນີນການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດໃນຂົງເຂດຕ່າງໆ ເຊັ່ນ: ການສ້າງພື້ນຖານໂຄງລ່າງ ແລະອື່ນໆ. ເຊເນການເດັດດ່ຽວປະຕິບັດນະໂຍບາຍປະເທດຈີນດຽວ, ຫວັງລົງເລິກການຮ່ວມມືສອງຝ່າຍ ແລະຫຼາຍຝ່າຍກັບຈີນ, ສືບຕໍ່ຮັດແໜ້ນການແລກປ່ຽນ ແລະການຮ່ວມມື, ຊຸກຍູ້ການພົວພັນລະຫວ່າງອາຟຣິກາ ແລະຈີນກ້າວຂຶ້ນສູ່ລະດັບໃໝ່.

ທ່ານສີຈິ້ນຜິງພົບປະກັບປະທານາທິບໍດີເຊເນການ