ທ່ານສີຈິ້ນຜິງຮັບຟັງບົດລາຍງານວຽກງານຂອງຄະນະພັກ ແລະອົງການປົກຄອງເຂດປົກຄອງຕົນເອງອຸຍເກີຊີ່ນຈ່ຽງ ພ້ອມທັງກອງຜະລິດກໍ່ສ້າງຊີ່ນຈ່ຽງ

2023-08-28 18:31:42
ມາຈາກ:CRI

ວັນທີ 26 ສິງຫານີ້, ໃນເວລາທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ ປະທານປະເທດຈີນ ປະທານຄະນະກຳມະການການທະຫານສູນກາງພັກຄອມມູນິດຈີນຮັບຟັງບົດລາຍງານວຽກງານຂອງຄະນະພັກ ແລະອົງການປົກຄອງເຂດປົກຄອງຕົນເອງອຸຍເກີຊີ່ນຈ່ຽງ ພ້ອມທັງກອງຜະລິດກໍ່ສ້າງຊີ່ນຈ່ຽງ, ທ່ານກ່າວເນັ້ນວ່າ: ຕ້ອງຜັນຂະຫຍາຍທິດທາງນະໂຍບາຍປົກຄອງຊີ່ນຈ່ຽງຂອງພັກໃນຍຸກໃໝ່ຢ່າງສົມບູນ ຖືກຕ້ອງ ແລະຮອບດ້ານ, ກຳກັບຖານະຍຸດທະສາດຂອງຊີ່ນຈ່ຽງໃນສະພາບລວມແຫ່ງຊາດຢ່າງໜັກແໜ້ນ, ກຳກັບເປົ້າໝາຍລວມຂອງວຽກງານໃຫ້ດີ, ເຮັດວຽກດ້ານຕ່າງໆໃຫ້ກ້າວລົງສູ່ລວງເລິກ ລະອຽດ ແລະຕິດແທດຕົວຈິງ ເຊັ່ນ: ປົກຄອງຊີ່ນຈ່ຽງຕາມກົດໝາຍ, ສາມັກຄີກັນໃຫ້ຊີ່ນຈ່ຽງມີສະຖຽນລະພາບ, ສ້າງຄວາມສຸກໃຫ້ຊີ່ນຈ່ຽງດ້ວຍວັດທະນະທຳ, ສ້າງຄວາມຮັ່ງມີໃຫ້ປະຊາຊົນເພື່ອເຮັດໃຫ້ຊີ່ນຈ່ຽງມີຄວາມຈະເລີນ ແລະສ້າງສາພັດທະນາຊີ່ນຈ່ຽງຢ່າງຍາວນານ, ໃນຂະບວນການສ້າງຄວາມທັນສະໄໝແບບຈີນ, ສ້າງສາພັດທະນາເຂດຊີ່ນຈ່ຽງໃຫ້ມີຄວາມສາມັກຄີກົມກຽວກັນ ມີຄວາມຮັ່ງມີຄວາມຈະເລີນຮຸ່ງເຮືອງ ມີຄວາມສີວິໄລຄວາມກ້າວໜ້າ ປະຊາຊົນຢູ່ເຢັນເປັນສຸກ ແລະມີສິ່ງແວດລ້ອມທຳມະຊາດທີ່ສວຍງາມ. ພາຍຫຼັງໄດ້ຮັບຟັງບົດລາຍງານແລ້ວ, ທ່ານສີຈິ້ນຜິງໄດ້ກ່າວຄຳປາໄສທີ່ສຳຄັນ ໂດຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດຂອງເຂດຊີ່ນຈ່ຽງໃນວຽກງານດ້ານຕ່າງໆ.

ທ່ານສີຈິ້ນຜິງຮັບຟັງບົດລາຍງານວຽກງານຂອງຄະນະພັກ ແລະອົງການປົກຄອງເຂດປົກຄອງຕົນເອງອຸຍເກີຊີ່ນຈ່ຽງ ພ້ອມທັງກອງຜະລິດກໍ່ສ້າງຊີ່ນຈ່ຽງ