ທ່ານສີຈິ້ນຜິງ:ຈີນຍິນດີພ້ອມກັນກັບປະເທດຕ່າງໆ ເກາະແຂນກັນຊຸກຍູ້ໃຫ້ເສດຖະກິດໂລກເດີນຕາມເສັ້ນທາງຟື້ນຟູຢ່າງຕໍ່ເນື່ອງ

2023-09-04 18:22:42
ມາຈາກ:CRI

ຕອນເຊົ້າວັນທີ 2 ກັນຍານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ກ່າວຄຳປາໄສຕໍ່ກອງປະຊຸມສຸດຍອດການຄ້າການບໍລິການທົ່ວໂລກຂອງງານຕະຫຼາດນັດການຄ້າການບໍລິການສາກົນຈີນປີ 2023 ໂດຍຜ່ານທາງວິດີໂອ.

ທ່ານສີຈິ້ນຜິງເນັ້ນໜັກວ່າ: ປີນີ້ແມ່ນຈີນດຳເນີນການປະຕິຮູບ ແລະ ເປີດປະຕູສູ່ພາຍນອກຄົບຮອບ 45 ປີ, ຈີນຈະຍຶດໝັ້ນຊຸກຍູ້ການເປີດປະຕູສູ່ພາຍນອກທີ່ມີລະດັບສູງ, ຊຸກຍູ້ຄວາມທັນສະໄໝແບບຈີນຢ່າງຮອບດ້ານດ້ວຍການພັດທະນາທີ່ມີຄຸນນະພາບສູງ, ສະໜອງໂອກາດໃໝ່ໃຫ້ແກ່ບັນດາປະເທດເພື່ອດຳເນີນການຮ່ວມມືແບບເປີດປະຕູ. ຈີນຍິນດີພ້ອມກັນກັບປະເທດຕ່າງໆ ແລະ ຝ່າຍຕ່າງໆ, ເອົາການເປີດປະຕູດ້ານການບໍລິການ ມາຊຸກຍການພັດທະນາແບບກວມລວມ, ເອົາການຮ່ວມມືດ້ານການບໍລິການ ມາຊຸກຍູ້ໃຫ້ການເຊື່ອມໂຍງເຊື່ອມຈອດກັນ, ເອົາການປະດິດສ້າງໃໝ່ດ້ານການບໍລິການມາບຳລຸງສ້າງພະລັງແຮງການພັດທະນາ, ເອົາການຊົມໃຊ້ຮ່ວມກັນດ້ານການບໍລິການມາສ້າງອະນາຄົດທີ່ດີງາມ, ເກາະແຂນກັນຊຸກຍູ້ໃຫ້ເສດຖະກິດໂລກເດີນຕາມເສັ້ນທາງຟື້ນຟູຢ່າງຕໍ່ເນື່ອງ.

ທ່ານສີຈິ້ນຜິງ:ຈີນຍິນດີພ້ອມກັນກັບປະເທດຕ່າງໆ ເກາະແຂນກັນຊຸກຍູ້ໃຫ້ເສດຖະກິດໂລກເດີນຕາມເສັ້ນທາງຟື້ນຟູຢ່າງຕໍ່ເນື່ອງ