ທ່ານສີຈິ້ນຜິງສົ່ງສານຊົມເຊີຍເຖິງກອງປະຊຸມລັດຖະມົນຕີຍຸຕິທຳປະເທດສະມາຊິກອົງການຮ່ວມມືຊຽງໄຮ້ຄັ້ງທີ 10

2023-09-06 19:23:59
ມາຈາກ:CRI

ວັນທີ 5 ກັນຍານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນ ໄດ້ສົ່ງສານຊົມເຊີຍເຖິງກອງປະຊຸມລັດຖະມົນຕີກະຊວງຍຸຕິທຳປະເທດສະມາຊິກອົງການຮ່ວມມືຊຽງໄຮ້ຄັ້ງທີ 10.

ເນື້ອໃນສານຂອງທ່ານສີຈິ້ນຜິງລະບຸວ່າ: ຈີນໃຫ້ຄວາມສຳຄັນເປັນຢ່າງສູງຕໍ່ບົດບາດຄ້ຳປະກັນຂອງການປົກຄອງຕາມກົດໝາຍໃນດ້ານການຮັດແໜ້ນພື້ນຖານ, ສ້າງຄວາມໝັ້ນທ່ຽງ ແລະ ສ້າງຜົນປະໂຫຍດໃຫ້ກັບອະນາຄົດອັນຍາວໄກ, ເຂົ້າຮ່ວມການປະຕິຮູບ ແລະ ການກໍ່ສ້າງລະບົບບໍລິການທົ່ວໂລກຢ່າງຕັ້ງໜ້າ. ຈີນຍິນດີຮ່ວມມືກັບປະເທດສະມາຊິກອື່ນໆຂອງອົງການຮ່ວມມືຊຽງໄຮ້, ລົງເລິກການແລກປ່ຽນ ແລະ ການຮ່ວມມືກັບປະເທດຕ່າງໆທາງດ້ານກົດໝາຍ ແລະ ຍຸຕິທຳໃນຍຸກໃໝ່, ຊຸກຍູ້ການພັດທະນາເສດຖະກິດຂອງບັນດາປະເທດດ້ວຍຄຸນນະພາບສູງໂດຍຜ່ານການປົກຄອງຕາມກົດໝາຍ, ຮັກສາສັນຕິພາບ ແລະ ສະຖຽນລະພາບຂອງພາກພື້ນ, ຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ.

ກອງປະຊຸມລັດຖະມົນຕີຍຸຕິທຳປະເທດສະມາຊິກອົງການຮ່ວມມືຊຽງໄຮ້ຄັ້ງທີ 10 ທີ່ຈັດໂດຍກະຊວງຍຸຕິທຳຈີນ ໄດ້ໄຂຂຶ້ນຢູ່ນະຄອນຊຽງໄຮ້ໃນວັນທີ 5 ກັນຍານີ້.

ທ່ານສີຈິ້ນຜິງສົ່ງສານຊົມເຊີຍເຖິງກອງປະຊຸມລັດຖະມົນຕີຍຸຕິທຳປະເທດສະມາຊິກອົງການຮ່ວມມືຊຽງໄຮ້ຄັ້ງທີ 10