ທ່ານສີຈິ້ນຜິງ ສົ່ງສານຊົມເຊີຍເຖິງກອງປະຊຸມເວທີເປິກສາຫາລືແຫ່ງການປະດິດສ້າງໃໝ່ຜູຈ່ຽງປີ 2023

2023-09-11 18:02:24
ມາຈາກ:CRI

ວັນທີ 10 ກັນຍານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ສົ່ງສານຊົມເຊີຍເຖິງກອງປະຊຸມເວທີເປິກສາຫາລືແຫ່ງການປະດິດສ້າງໃໝ່ຜູຈ່ຽງປີ 2023.

ເນື້ອໃນສານຊົມເຊີຍຂອງທ່ານສີຈິ້ນຜິງລະບຸວ່າ: ປັດຈຸບັນ, ສະພາບການຂອງໂລກມີການປ່ຽນແປງຢ່າງວ່ອງໄວແບບບໍ່ເຄີຍມີມາກ່ອນໃນຮອບຮ້ອຍປີ, ການປະຕິຮູບວິທະຍາສາດເຕັກນິກແລະການປະຕິຮູບອຸດສາຫະກຳຮອບໃໝ່ພັດທະນາລົງສູ່ລວງເລິກ. ການປະດິດສ້າງດ້ານວິທະຍາສາດເຕັກນິກແມ່ນກຳລັງສຳຄັນຂອງມວນມະນຸດເພື່ອຮ່ວມກັນຮັບມືກັບຄວາມສ່ຽງແລະສິ່ງທ້າທາຍ, ຊຸກຍູ້ສັນຕິພາບແລະການພັດທະນາ. ຈີນຈະຍຶດໝັ້ນປະຕິບັດຍຸດທະສາດເປີດປະຕູສູ່ພາຍນອກແບບຕ່າງຝ່າຍຕ່າງມີຜົນປະໂຫຍດ, ເພີ່ມທະວີການເປີດປະຕູສູ່ພາຍນອກທີ່ມີລະດັບສູງຢ່າງບໍ່ຢຸດຢັ້ງ, ສືບຕໍ່ຊຸກຍູ້ການແລກປ່ຽນແລະການຮ່ວມມືດ້ານວິທະຍາສາດເຕັກນິກສາກົນດ້ວຍແນວຄິດແລະມາດຕະການທີ່ເປີດກວ້າງກວ່າເກົ່າ, ສ້າງລະບົບການປະດິດສ້າງໃໝ່ແບບເປີດກວ້າງທີ່ມີກຳລັງແຂ່ງຂັນໃນທົ່ວໂລກ ແລະ ຮ່ວມກັບປະເທດຕ່າງໆສ້າງສະພາບແວດລ້ອມດ້ານການພັດທະນາວິທະຍາສາດເຕັກນິກທີ່ເປີດປະຕູສູ່ພາຍນອກ, ຍຸຕິທຳ, ທ່ຽງທຳ ແລະ ບໍ່ຈຳແນກເຊື້ອຊາດຜິວພັນ. ຫວັງວ່າກອງປະຊຸມເວທີເປິກສາຫາລືການປະສິດສ້າງຜູຈ່ຽງ ຈະຍຶດໝັ້ນຖືເອົາການປະດິດສ້າງເປັນຫົວຂໍ້ຫຼັກ, ບັນດານແນວຄິດໃໝ່, ເຜີຍແຜ່ແນວຄິດການປະດິດສ້າງ, ກະຕຸກຊຸກຍູ້ຈິດໃຈການປະດິດສ້າງ ເພື່ອປະກອບສ່ວນໃໝ່ເຂົ້າໃນການຊຸກຍູ້ການຮ່ວມມືດ້ານວິທະຍາສາດເຕັກນິກສາກົນ ແລະ ເພີ່ມທະວີຄວາມຜາສຸກຮ່ວມຂອງມວນມະນຸດ.

ກອງປະຊຸມເວທີເປິກສາຫາລືການປະດິດສ້າງຜູຈ່ຽງປີ 2023 ມີຫົວຂໍ້ຫຼັກວ່າ: ລະບົບນິເວດການປະດິດສ້າງທີ່ເປີດປະຕູສູ່ພາຍນອກ: ການປະດິດສ້າງເພື່ອເຊື່ອມຕໍ່ທົ່ວໂລກ ໂດຍແມ່ນກະຊວງວິທະຍາສາດເຕັກນິກຈີນ ກັບ ອົງການປົກຄອງນະຄອນຊຽງໄຮຮ່ວມກັນເປັນເຈົ້າພາບຈັດຂຶ້ນຢູ່ນະຄອນຊຽງໄຮໃນວັນທີ 10 ກັນຍານີ້.

ທ່ານສີຈິ້ນຜິງ ສົ່ງສານຊົມເຊີຍເຖິງກອງປະຊຸມເວທີເປິກສາຫາລືແຫ່ງການປະດິດສ້າງໃໝ່ຜູຈ່ຽງປີ 2023