ທ່ານສີຈິ້ນຜິງ ເປັນປະທານກອງປະຊຸມສຳມະນາກ່ຽວກັບການຊຸກຍູ້ການສ້າງຄວາມຈະເລີນຢ່າງຮອບດ້ານຢູ່ເຂດພາກຕາເວັນອອກສຽງເໜືອຂອງຈີນໃນຍຸກໃໝ່

2023-09-11 18:04:12
ມາຈາກ:CRI

ເມື່ອບໍ່ດົນມານີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ, ປະທານປະເທດຈີນໄດ້ເປັນປະທານກອງປະຊຸມສຳມະນາກ່ຽວກັບການຊຸກຍູ້ການສ້າງຄວາມຈະເລີນຢ່າງຮອບດ້ານຢູ່ເຂດພາກຕາເວັນອອກສຽງເໜືອຂອງຈີນໃນຍຸກໃໝ່ຢູ່ນະຄອນຮາບິນແຂວງເຮີ່ຍຫຼົງຈ່ຽງຈີນ ແລະ ກ່າວຄຳປາໄສທີ່ສຳຄັນ. ທ່ານສີຈິ້ນຜິງ ກ່າວເນັ້ນໜັກວ່າ: ການຊຸກຍູ້ການສ້າງຄວາມຈະເລີນຢ່າງຮອບດ້ານຢູ່ເຂດພາກຕາເວັນອອກສຽງເໜືອໃນຍຸກໃໝ່ແລະຂະບວນການໃໝ່ ຕ້ອງຈັດຕັ້ງປະຕິບັດຕາມເນື້ອໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XX ຂອງພັກກ່ຽວກັບການຊຸກຍູ້ໃຫ້ສ້າງຄວາມຈະເລີນຢ່າງຮອບດ້ານຢູ່ເຂດພາກ ຕາເວັນອອກສຽງເໜືອມີການກ້າວກະໂດດຄັ້ງໃໝ່, ຜັນຂະຫຍາຍແນວຄິດການພັດທະນາໃໝ່ຢ່າງຄົບຖວ້ນແລະຖືກຕ້ອງ, ກຳແໜ້ນພາລະກຳທີ່ສຳຄັນຂອງເຂດພາກຕາເວັນອອກສຽງເໜືອໃນການປົກປັກຮັກສາ 5 ຄວາມໝັ້ນຄົງແຫ່ງຊາດ, ກຳແໜ້ນໜ້າທີ່ສຳຄັນທີ່ສຸດ ຄືການພັດທະນາດ້ວຍຄຸນນະພາບສູງ ແລະ ໜ້າທີ່ຍຸດທະສາດທີ່ສ້າງໂຄງປະກອບການພັດທະນາໃໝ່, ປະສານສົມທົບການພັດທະນາແລະຄວາມໝັ້ນຄົງ, ຍຶດໝັ້ນໃຫ້ທິດທາງເພື່ອບັນລຸເປົ້າໝາຍແລະທິດທາງເພື່ອແກ້ໄຂບັນຫາຊື່ອມສານກັນ, ຍຶດໝັ້ນໃຫ້ການຝຶກຝົນຫຼໍ່ຫຼອມຈຸດດີແລະການແກ້ໄຂຈຸດອ່ອນເຊື່ອມສານກັນ, ຍຶດໝັ້ນການເພີ່ມທະວີການສະໜັບສະໜູນແລະການກະຕຸ້ນແຮງຂັບເຄື່ອນພາຍໃນເຊື່ອມສານກັນ, ຍຶດໝັ້ນເປົ້າໝາຍບໍ່ຜ່ອນຍາຍ, ກ້າປະຕິບັດແລະປະຕິບັດຢ່າງແທດເຖິງຕົວຈິງ, ພະຍາຍາມເດີນຕາມເສັ້ນທາງໃໝ່ທີ່ພັດທະນາດ້ວຍຄຸນນະພາບສູງ ແລະ ສ້າງຄວາມຈະເລີນແບບຍືນຍົງ, ບຸກບືນສູ້ຊົນເພື່ອຂຽນໂສມໜ້າໃໝ່ແຫ່ງການສ້າງຄວາມຈະເລີນຢ່າງຮອບດ້ານຢູ່ເຂດຕາເວັນອອກສຽງເໜືອ.

ທ່ານສີຈິ້ນຜິງ ເປັນປະທານກອງປະຊຸມສຳມະນາກ່ຽວກັບການຊຸກຍູ້ການສ້າງຄວາມຈະເລີນຢ່າງຮອບດ້ານຢູ່ເຂດພາກຕາເວັນອອກສຽງເໜືອຂອງຈີນໃນຍຸກໃໝ່