ທ່ານສີຈິ້ນຜິງສົ່ງຈົດໝາຍຕອບຄືນພະນັກງານທັງຫຼາຍຂອງດ່ານຫົງຊີລ່າຟູ

2023-09-13 21:17:27
ມາຈາກ:CRI

ວັນທີ 11 ກັນຍານີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ ປະທານປະເທດຈີນໄດ້ສົ່ງຈົດໝາຍຕອບຄືນ ພະນັກງານທັງຫຼາຍ ຂອງດ່ານຫົງຊີລ່າຟູ, ໂດຍຝາກຄວາມຫວັງເປັນຢ່າງຍິ່ງໃຫ້ພະນັກງານລະບົບດ່ານພາສີປະຕິບັດພາລະໜ້າທີ່ໃຫ້ດີກວ່າເກົ່າ.

ເນື້ອໃນຈົດໝາຍຂອງທ່ານສີຈິ້ນຜິງລະບຸວ່າ: ພວກສະຫາຍໄດ້ຜ່ານຜ່າຄວາມຫຍຸ້ງຍາກຕ່າງໆ, ເຊັ່ນ: ອາກາດໜາວຈັດ, ອົກຊີບໍ່ພໍ ແລະອື່ນໆ, ປະຈຳຢູ່ແນວໜ້າເຂດຊາຍແດນປະຕູໃຫຍ່ຂອງຊາດ, ປະຕິບັດພາລະໜ້າທີ່ ຢ່າງເຄັ່ງຄັດ, ອຸທິດຕົນຢ່າງງຽບໆ, ໄດ້ສ້າງຜົນງານທີ່ບໍ່ທຳມະດາ, ສະແດງໃຫ້ເຫັນໂສມໜ້າດ້ານຈິດໃຈທີ່ສ້າງຜົນງານຢ່າງຫ້າວຫັນຂອງພະນັກງານດ່ານພາສີໃນຍຸກໃໝ່.

ເນື້ອໃນຈົດໝາຍຂອງທ່ານສີຈິ້ນຜິງລະບຸຕື່ມວ່າ, ດ່ານພາສີມີພາລະໜ້າທີ່ເຝົ້າຮັກສາປະຕູໃຫຍ່ຂອງຊາດ ແລະ ຊຸກຍູ້ການພັດທະນາ, ການປະຕິບັດວຽກງານດ່ານພາສີໃຫ້ດີແມ່ນມີຄວາມໝາຍສຳຄັນ. ຫວັງວ່າບັນດາສະຫາຍຈະເອົາໃຈໃສ່ “ວຽກງານສຳຄັນຂອງຊາດ”, ເຊີດຊູແບບແຜນທີ່ດີຂອງຖັນແຖວດ່ານພາສີ, ຍົກສູງປະສິດທິພາບດ້ານການຕິດຕາມຄຸ້ມຄອງ ແລະ ລະດັບການບໍລິການ, ສ້າງກຳແພງປ້ອງກັນຄວາມປອດໄພຢູ່ປະຕູໃຫຍ່ຂອງຊາດ, ຊ່ວຍຊຸກຍູ້ການພັດທະນາດ້ວຍຄຸນນະພາບສູງ ແລະ ການເປີດປະຕູສູ່ພາຍນອກໃນລະດັບສູງ, ກາຍເປັນຜູ້ປ້ອງກັນປະຕູໃຫຍ່ຂອງຊາດທີ່ພັກໄວ້ວາງໃຈ ແລະ ປະຊາຊົນພໍໃຈ, ປະກອບສ່ວນເຂົ້າໃນການສ້າງປະເທດໃຫ້ເຂັ້ມແຂງ ແລະ ຟື້ນຟູຄວາມຈະເລີນຮຸ່ງເຮືອງຂອງປະຊາຊາດຈີນ.

ທ່ານສີຈິ້ນຜິງສົ່ງຈົດໝາຍຕອບຄືນພະນັກງານທັງຫຼາຍຂອງດ່ານຫົງຊີລ່າຟູ