ທ່ານສີຈິ້ນຜິງສົ່ງສານສະແດງຄວາມເຫັນໃຈເຖິງປະທານຄະນະກຳມະການປະທານາທິບໍດີລີບີຍ້ອນລີບີປະສົບໄພລົມພາຍຸ

2023-09-13 21:18:20
ມາຈາກ:CRI

ວັນທີ 12 ກັນຍານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ສົ່ງສານສະແດງຄວາມເຫັນໃຈເຖິງທ່ານໂມຮຳເມັດ ຢຸນັສ ອັນເມັນຟີ ປະທານຄະນະກຳມະການປະທານາທິບໍດີລີບີຍ້ອນລີບີປະສົບໄພລົມພາຍຸ.

ເນື້ອໃນສານຂອງທ່ານສີຈິ້ນຜິງລະບຸວ່າ: ຮູ້ສຶກຕົກໃຈທີ່ໄດ້ຮັບຂ່າວວ່າປະເທດລີບີປະສົບໄພລົມພາຍຸ ເຮັດໃຫ້ປະຊາຊົນເສຍຊີວິດແລະບາດເຈັບຈຳນວນຫຼວງຫຼາຍ ທັງຊັບສິນເສຍຫາຍຢ່າງຫຼວງຫຼາຍ. ຂ້າພະເຈົ້າຂໍຕາງໜ້າລັດຖະບານກໍຄືປະຊາຊົນຈີນ, ສະແດງຄວາມໄວ້ອາໄລຢ່າງສຸດຊຶ້ງຕໍ່ຜູ້ເສຍຊີວິດ, ສະແດງຄວາມເຫັນໃຈຢ່າງຈິງໃຈຕໍ່ຄອບຄົວຜູ້ເສຍຊີວິດ ແລະ ຜູ້ໄດ້ຮັບບາດເຈັບ. ເຊື່ອໝັ້ນວ່າ ປະຊາຊົນລີບີຍ່ອມຈະສາມາດຜ່ານຜ່າຄວາມຫຍຸ້ງຍາກ ແລະ ເອົາຊະນະໄພພິບັດຄັ້ງນີ້ໄດ້.

ທ່ານສີຈິ້ນຜິງສົ່ງສານສະແດງຄວາມເຫັນໃຈເຖິງປະທານຄະນະກຳມະການປະທານາທິບໍດີລີບີຍ້ອນລີບີປະສົບໄພລົມພາຍຸ