ທ່ານສີຈິ້ນຜິງສົ່ງສານອວຍພອນໄປຍັງເວທີເປິກສາຫາລືການພັດທະນາຊາວໜຸ່ມ ສອງຝັ່ງຊ່ອງແຄບຄັ້ງທີ 6

2023-09-18 17:54:18
ມາຈາກ:

ວັນທີ 15 ກັນຍານີ້, ທ່ານສີຈິ້ງຜິງ, ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ, ປະທານປະເທດຈີນໄດ້ສົ່ງສານອວຍພອນໄປຍັງເວທີເປິກສາຫາລືການພັດທະນາຊາວໜຸ່ມສອງຝັ່ງຊ່ອງແຄບໄຕ້ຫວັນຄັ້ງທີ 6. ທ່ານສີຈິ້ນຜິງໄດ້ຊີ້ອອກວ່າ, ຊາວໜຸ່ມແມ່ນຄວາມຫວັງຂອງປະເທດ, ແມ່ນອະນາຄົດຂອງຊາດ. ເວທີເປິກສາຫາລືການພັດທະນາຊາວໜຸ່ມສອງຝັ່ງຊ່ອງແຄບໄດ້ສະໜອງເວທີທີ່ສຳຄັນໃຫ້ແກ່ການແລກປ່ຽນແລະເພີ່ມຄວາມເຂົ້າໃຈກັນ, ການຮ່ຳຮຽນກັນແລະຖອດຖອນບົດຮຽນນຳກັນລະຫວ່າງຊາວໜຸ່ມສອງຝັ່ງຊ່ອງແຄບ, ຫວັງວ່າຊາວໜຸ່ມສອງຝັ່ງຊ່ອງແຄບຫຼາຍກວ່າເກົ່າຈະກາຍເປັນເພື່ອມິດແລະໝູ່ຄູ່ທີ່ດີທີ່ຮ່ວມຈິດຮ່ວມໃຈຮ່ວມມືກ້າວໄປຂ້າງໜ້າຜ່ານເວທີເປິກສາຫາລື, ປະກອບສ່ວນເຂົ້າໃນການຊຸກຍູ້ໃຫ້ການພົວພັນລະຫວ່າງສອງຝັ່ງຂະຫຍາຍໄປຂ້າງໜ້າໂດຍສັນຕິ, ແລະການຊຸກຍູ້ພາລະກິດຍິ່ງໃຫຍ່ການທ້ອນໂຮມປະເທດຊາດເຂົ້າເປັນເອກະພາບກັນ. ພວກຂ້າພະເຈົ້າຍິນດີຕ້ອນຮັບຊາວໜຸ່ມໄຕ້ຫວັນມາສະແຫວງຫາຄວາມຝັນ, ສານຝັນແລະບັນລຸຄວາມຝັນໃຫ້ເປັນຈິງຢູ່ແຜ່ນດິນໃຫຍ່ຈີນ. ເວທີເປິກສາຫາລືການພັດທະນາຊາວໜຸ່ມສອງຝັ່ງຊ່ອງແຄບໄຕ້ຫວັນຄັ້ງທີ 6 ໄດ້ໄຂຂຶ້ນຢູ່ນະຄອນຫາງໂຈວແຂວງເຈິີຈ່ຽງຂອງຈີນໃນວັນທີ 15 ກັນຍານີ້.

ທ່ານສີຈິ້ນຜິງສົ່ງສານອວຍພອນໄປຍັງເວທີເປິກສາຫາລືການພັດທະນາຊາວໜຸ່ມ ສອງຝັ່ງຊ່ອງແຄບຄັ້ງທີ 6