ເຮືອວິສະວະກໍາ 6 ລໍາຂອງຈີນຈະເດີນທາງໄປໄທເພື່ອປະກອບສ່ວນເຂົ້າໃນການກໍ່ສ້າງພື້ນຖານໂຄງລ່າງ

2023-10-18 19:53:56
ມາຈາກ:CRI

ວັນທີ 17 ຕຸລານີ້, ກໍາປັ່ນ “ເສັ້ນທາງແຫ່ງຄວາມມຸ່ງຫວັງ” ຂອງຈີນທີ່ບັນທຸກເຮືອວິສະວະກໍາ 6 ລໍາໄດ້ອອກເດີນທາງຈາກເຂດນ່ານນໍ້າທະເລຈີນຕາເວັນອອກມຸ່ງໜ້າໄປສູ່ໄທ, ເຊິ່ງຂະບວນເຮືອກໍ່ສ້າງພື້ນຖານໂຄງລ່າງດັ່ງກ່າວຈະປະກອບສ່ວນເຂົ້າໃນການກໍ່ສ້າງໂຄງການຢູ່ທ່າກໍາປັ່ນແຫຼມສະບັງຂອງໄທ.

ຕາມຂ່າວແຈ້ງໃຫ້ຮູ້ວ່າ: ການກໍ່ສ້າງດັ່ງກ່າວເປັນໂຄງການທາງນໍ້າໃຫຍ່ທີ່ສຸດທີ່ລັດຖະບານໄທລົງທຶນກໍ່ສ້າງ ເພື່ອຮັບໃຊ້ແຜນການພັດທະນາ “ແລວເສດຖະກິດພາກຕາເວັນອອກ” ຂອງໄທ, ພ້ອມດຽວກັນນີ້, ຍັງເປັນໂຄງການກໍ່ສ້າງທີ່ສໍາຄັນຂອງ “ໜຶ່ງແລວໜຶ່ງເສັ້ນທາງ” ຂອງຈີນນໍາອີກ. ໂຄງການທ່າກໍາປັ່ນແຫຼມສະບັງຂອງໄທໃນຖານະທີ່ເປັນຈຸດເດັ່ນໃໝ່ແຫ່ງການຮ່ວມມືດ້ານເສດຖະກິດລະຫວ່າງຈີນ-ໄທ, ຈະຊ່ວຍຊຸກຍູ້ໃຫ້ໄທກາຍເປັນຈຸດເຊື່ອມໂຍງດ້ານຄົມມະນາຄົມທາງເຮືອທີ່ເຊື່ອມຕໍ່ອາຊີຕາເວັນອອກສຽງໃຕ້ກັບແຫ່ງຕ່າງໆຢູ່ໃນໂລກ.

ເຮືອວິສະວະກໍາ 6 ລໍາຂອງຈີນຈະເດີນທາງໄປໄທເພື່ອປະກອບສ່ວນເຂົ້າໃນການກໍ່ສ້າງພື້ນຖານໂຄງລ່າງ