ທ່ານສີຈິ້ນຜິງສະເໜີແຜນວາດກ່ຽວກັບການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ດ້ວຍຄຸນນະພາບສູງ ຊຸກຍູ້ຂະບວນການຫັນເປັນທັນສະໄໝຂອງໂລກ

2023-10-19 17:35:08
ມາຈາກ:CRI

ກອງປະຊຸມເວທີເປິກສາຫາລືສຸດຍອດການຮ່ວມມືສາກົນ“ໜຶ່ງແລວໜຶ່ງເສັ້ນ ທາງ” ຄັ້ງທີ 3 ໄດ້ໄຂຂຶ້ນຢູ່ນະຄອນຫຼວງປັກກິ່ງປະເທດຈີນ, ມີຜູ້ຕາງໜ້າ 140 ກວ່າປະເທດ ແລະ 30 ກວ່າອົງການຈັດຕັ້ງສາກົນໄດ້ເຂົ້າຮ່ວມກອງປະຊຸມຄັ້ງນີ້. ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ກ່າວປາຖະກະຖາ, ໂດຍໄດ້ແນະນຳ ຜົນງານທີ່ສຳຄັນຂອງການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ໃນໄລຍະ 10 ປີຜ່ານມາ, ສະຫຼຸບບົດຮຽນແຫ່ງພຶດຕິກຳທີ່ເປິກສາຫາລືຮ່ວມກັນ, ສ້າງສາຮ່ວມກັນ ແລະ ຊົມໃຊ້ຮ່ວມກັນ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ, ສະເໜີແຜນວາດກ່ຽວກັບການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ດ້ວຍຄຸນນະພາບສູງ.

ໃນໄລຍະ 10 ປີຜ່ານມາ, ມະໂນພາບໄດ້ກາຍເປັນມາດຕະການຕົວຈິງ, ຂໍ້ລິເລີ່ມໄດ້ກາຍເປັນການເຄື່ອນໄຫວ, 150 ກວ່າປະເທດ ແລະ 30 ກວ່າອົງການຈັດຕັ້ງສາກົນໄດ້ເຊັນເອກະສານຮ່ວມມືກ່ຽວກັບການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ກັບຈີນ; ໂຄງການໃຫຍ່ທີ່ມີລັກສະນະເປັນຂີດໝາຍ ແລະ ໂຄງການເພື່ອຊີວິດການເປັນຢູ່ຂອງປະຊາຊົນທີ່ລົງທຶນໜ້ອຍແຕ່ມີປະສິດທິຜົນຫຼາຍ ໄດ້ຊ່ວຍເຫຼືອປະເທດຮ່ວມມືຫຼຸດຜ່ອນຄວາມທຸກຍາກ ແລະ ຫຼຸດພົ້ນອອກຈາກຄວາມທຸກຍາກ, ເພີ່ມພູນຄູນສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນຢ່າງກວ້າງຂວາງ, ດຶງດູດການລົງທຶນມູນຄ່າເກືອບ 1000 ຕື້ໂດລາ, ເກີດມີໂຄງການຮ່ວມມື 3000 ກວ່າໂຄງການ, ສ້າງວຽກເຮັດງານທຳໄດ້ 420.000 ກວ່າຕຳແໜ່ງ, ເກືອບ 40 ລ້ານຄົນໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກ. ທ່ານສີຈິ້ນຜິງໄດ້ໃຊ້ຄຳປຽບທຽບຢ່າງມີຊີວິດຊີວາວ່າ, ຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”, ເຮັດໃຫ້ ປະເທດທີ່ບໍ່ມີທາງອອກສູ່ທະເລ ກາຍເປັນປະເທດເຊື່ອມໂຍງກັບພາກພື້ນ, ເຂດດ້ອຍພັດທະນາກາຍເປັນເຂດຈະເລີນຮຸ່ງເຮືອງ, ຄວາມໃຝ່ຝັນແຫ່ງການພັດທະນາໄດ້ຂອງລັດຖະບານ ແລະ ປະຊາຊົນປະເທດຕ່າງໆໄດ້ບັນລຸຜົນເປັນຈິງເທື່ອລະກ້າວ.

ຫົວຂໍ້ຫຼັກຂອງກອງປະຊຸມຄັ້ງນີ້ແມ່ນ “ຮ່ວມກັນສ້າງ ໜຶ່ງແລວໜຶ່ງເສັ້ນທາງ ດ້ວຍຄຸນນະພາບສູງ ຮວ່ມມືກັນບັນລຸການພັດທະນາ ແລະ ຄວາມຈະເລີນຮຸ່ງເຮືອງພ້ອມກັນ”. ແນວຄິດ “ການພັດທະນາດ້ວຍຄຸນນະພາບສູງ” ໄດ້ກາຍເປັນເປົ້າໝາຍ ແລະ ການເຄື່ອນໄຫວທີ່ສຳຄັນໃນການພັດທະນາເສດຖະກິດຂອງຈີນ. ເນື່ອງໃນໂອກາດທີ່ສະເໜີຂໍ້ລິເລີ່ມຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ຄົບຮອບ 10 ປີ, ທ່ານສີຈິ້ນຜິງໄດ້ສະເໜີແຜນວາດທີ່ຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ດ້ວຍຄຸນນະພາບສູງ, ທັງນຳໜ້າກ່ອນໝູ່ສະເໜີແຜນການດຳເນີນງານລະອຽດຂອງຈີນ, ເຊິ່ງມີເນື້ອໃນສຳຄັນຄືດັ່ງນີ້:

ສ້າງເຄືອຂ່າຍເຊື່ອມໂຍງເຊື່ອມຈອດແບບສາມມິຕິ: ສ້າງຊ່ອງທາງໃໝ່ແຫ່ງການຈໍລະຈອນສິນຄ້າຢູ່ແຜ່ນດິນໃຫຍ່ອາຊີ-ເອີຣົບທີ່ຄ້ຳຊູໂດຍການຂົນສົ່ງເຖິງທີ່ໂດຍກົງດ້ວຍທາງລົດໄຟ ແລະ ທາງຫຼວງ, ຊຸກຍູ້ໃຫ້ທ່າກຳປັ່ນ ການກບິນ ແລະການຄ້າພັດທະນາແບບເຊື່ອມໂຍງເຂົ້າກັນ; ເລັ່ງລັດສ້າງຊ່ອງທາງໃໝ່ທາງບົກ-ທາງທະເລ, ເສັ້ນທາງສາຍໄໝທາງອາກາດ; ສ້າງເຂດທົດລອງການຮ່ວມມື “ການຄ້າເອເລັກໂຕຣນິກເສັ້ນທາງສາຍໄໝ”; ຈັດ “ງານວາງສະແດງການຄ້າດີຈີຕອນໂລກ” ທຸກປີ.

ສະແຫວງຫາການພັດທະນາແບບສີຂຽວ ວິທະຍາສາດເຕັກໂນໂລຊີ ແລະ ປອດໃສຂາວສະອາດ: ຈັດຕັ້ງປະຕິບັດຫຼັກການລົງທຶນຕາມທິດສີຂຽວພາຍໃຕ້ຂອບ “ໜຶ່ງແລວໜຶ່ງເສັ້ນທາງ”, ສາງກົນໄກແລກປ່ຽນການສົນທະນາຂອງອຸດສາຫະກຳຜະລິດໄຟຟ້າດ້ວຍແສງຕາເວັນ, ເຄືອຂ່າຍຊ່ຽວຊານສີຂຽວ ແລະ ກາກບອນຕ່ຳ, ຊຸກຍູ້ການພັດທະນາແບບສີຂຽວ; ສະເໜີຂໍ້ລິເລີ່ມຄຸ້ມຄອງປັນຍາປະດິດຂອງໂລກ, ຈັດກອງປະຊຸມແລກປ່ຽນວິທະຍາສາດເຕັກນິກ “ໜຶ່ງແລວໜຶ່ງເສັ້ນທາງ”ຄັ້ງທຳອິດ, ຊຸກຍູ້ການປະດິດສ້າງດ້ານວິທະຍາສາດເຕັກໂນໂລຊີ; ສ້າງລະບົບປະເມີນວິສາຫະກິດທີ່ປອດໃສຂາວສະອາດ ແລະປະຕິບັດຕາມລະບຽບກົດໝາຍໃນການສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”, ຮ່ວມມືກັບອົງການຈັດຕັ້ງສາກົນເພື່ອດຳເນີນການຄົ້ນຄວ້າ ແລະ ການອົບຮົມຄວາມປອດໃສຂາວສະອາດ “ໜຶ່ງແລວໜຶ່ງເສັ້ນທາງ”.

ຊຸກຍູ້ການແລກປ່ຽນອະລິຍະທຳ: ຈັດ “ກອງປະຊຸມເວທີເປິກສາຫາລືລຽງຈູ”, ລົງເລິກການສົນທະນາດ້ານອະລິຍະທຳກັບປະເທດຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”; ສ້າງສະຫະພັນຕົວເມືອງທ່ອງທ່ຽວເສັ້ນທາງສາຍໄໝ; ສືບຕໍ່ດຳເນີນໂຄງການທຶນການສຶກສາຂອງລັດຖະບານຈີນ “ເສັ້ນທາງສາຍໄໝ”.

ຊຸກຍູ້ຂະບວນການຫັນເປັນທັນສະໄໝຂອງໂລກ: ຊຸກຍູ້ໃຫ້ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”ກ້າວສູ່ໄລຍະໃໝ່ແຫ່ງການພັດທະນາດ້ວຍຄຸນນະພາບສູງ, ບັນລຸຄວາມທັນສະໄໝຂອງໂລກທີ່ມີການພັດທະນາໂດຍສັນຕິ, ການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດ, ແລະ ຈະເລີນຮຸ່ງເຮືອງພ້ອມກັນ.

ທ່ານສີຈິ້ນຜິງສະເໜີແຜນວາດກ່ຽວກັບການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ດ້ວຍຄຸນນະພາບສູງ ຊຸກຍູ້ຂະບວນການຫັນເປັນທັນສະໄໝຂອງໂລກ